ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2025
ກປ.ອອນໄລ - ຕອນເຊົ້າວັນທີ 26 ທັນວາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນບັນດາສະຫາຍ ຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2025.
ຊົມເຊີຍ ແລະຕີລາຄາສູງບັນດາສະຫາຍຫົວໜ້າອົງການຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2025, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຖືວ່າ ນີ້ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ ແລະກໍ່ແມ່ນໜ້າທີ່ອັນສະຫງ່າລາສີທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕີລາຄາສູງຄວາມເອົາໃຈໃສ່ ແລະການປະສານສົມທົບຢ່າງແໜ້ນແຟ້ນຂອງກະຊວງການຕ່າງປະເທດ ໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ ໃນໄລຍະຜ່ານມາ, ປະກອບສ່ວນໜູນຊ່ວຍວຽກງານການທູດປ້ອງກັນຊາດ ທີ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ ດ້ວຍວິທີເຮັດໃໝ່, ປະດິດຄິດສ້າງ, ບັນລຸໄດ້ໝາກຜົນທີ່ເປັນໜ້າສົ່ງເສີມຫຼາຍຢ່າງ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢືນຢັນວ່າ, ໃນສະພາບລວມຂອງວຽກງານການທູດພັກ, ການທູດລັດ, ການທູດປະຊາຊົນ, ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ ໄດ້ຢັ້ງຢືນແມ່ນຊ່ອງທາງສຳຄັນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ, ສ້າງຄວາມດຸ່ນດ່ຽງຍຸດທະສາດໃນການພົວພັນກັບຄູ່ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ, ປົກປັກຮັກສາປະເທດຊາດ ແຕ່ທາງໄກ, ແຕ່ຫົວທີ ໂດຍສັນຕິວິທີ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຊື່ອໝັ້ນວ່າ ບັນດາສະຫາຍ ຈະມານະພະຍາຍາມຊູ້ຊົນ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງເອົາທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາຂອງປະເທດ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ ບັນດາສະຫາຍ ຍາມໃດກໍ່ເອົາໃຈໃສ່, ຊີ້ນໍາ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສະຫາຍທີ່ປຶກສາທູດປ້ອງກັນຊາດຂອງຫວຽດນາມ ປະຈໍາຢູ່ປະເທດຕ່າງໆ ປະຕິບັດສໍາເລັດໜ້າທີ່ຂອງຕົນ, ຜ່ານນັ້ນປະກອບສ່ວນຜັນຂະຫຍາຍປະຕິບັດໜ້າທີ່ລວມຂອງອົງການຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ.
ໂດຍ: ທູຈາງ