ໂດຍສືບທອດຜົນສຳເລັດດັ່ງກ່າວ, ໃນໄລຍະທີ່ຜ່ານມາ, ກອງທັບໄດ້ຫັນປ່ຽນຢ່າງເຂັ້ມແຂງ, ຮອບດ້ານ ແລະເລິກເຊິ່ງ, ພົ້ນເດັ່ນແມ່ນການ “ຍອດຢ້ຽມ, ກະທັດຮັດ, ແຂງແຮງ” ປະຕິບັດສໍາເລັດກ່ອນເວລາກໍານົດ; ຄຸນນະພາບສັງລວມ, ກໍາລັງແຮງຕໍ່ສູ້ນັບມື້ນັບສູງຂຶ້ນ; ວຽກງານກໍ່ສ້າງກໍາລັງໄດ້ສົມທົບຢ່າງແໜ້ນແຟ້ນກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບນັບມື້ນັບໝັ້ນຄົງເຂັ້ມແຂງ.
ກ້າວເຂົ້າສູ່ໄລຍະໃໝ່, ສະພາບການໂລກ ແລະພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສົງຄາມ ແລະການປະທະກັນການທະຫານທີ່ທັນສະໄໝໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງໂດຍພື້ນຖານເມື່ອທຽບໃສ່ສົງຄາມແບບດັ້ງເດີມ: ອາວຸດເຕັກໂນໂລຢີສູງໄດ້ນຳໃຊ້ນັບມື້ນັບຫຼາຍຂຶ້ນ, ສົງຄາມທີ່ບໍ່ປະທະກັນເຊິ່ງໜ້າ, ເອເລັກໂຕນິກ, ທາງໄຊເບີ ແລະພາຫະນະທີ່ບໍ່ມີຄົນຂັບກຳລັງກາຍເປັນເລື່ອງທຳມະດາ; ຂອບເຂດສະໜາມຮົບໄດ້ເປີດກວ້າງ ແລະເສັ້ນເຂດແດນລະຫວ່າງແນວໜ້າ ແລະແນວຫຼັງມົວ...
ການປ່ຽນແປງນັ້ນໄດ້ວາງອອກຄວາມຮຽກຮ້ອງຢ່າງຮີບດ່ວນໃນການຍູ້ແຮງການກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນຫຼວງ, ຍອດຢ້ຽມ, ທັນສະໄໝ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດ; ຮັບປະກັນຄຸນນະພາບລວມ ແລະກໍາລັງແຮງຕໍ່ສູ້ນັບມື້ນັບສູງ, ເປັນຫຼັກແຫຼ່ງໃນພາລະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດໃນທຸກກໍລະນີຢ່າງໝັ້້ນຄົງເຂັ້ມແຂງ. ນີ້ແມ່ນຈຸດປະສົງ, ເປົ້າໝາຍທີ່ໄດ້ກໍານົດໄວ້ໃນຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XII.
ເພື່ອຫັນເປົ້າໝາຍໃນການກໍ່ສ້າງກອງທັບທີ່ທັນສະໄໝໃຫ້ປະກົດຜົນເປັນຈິງ, ກ່ອນອື່ນໝົດຕ້ອງເປັນທັນສະໄໝກ່ຽວກັບຈິນຕະນາການທາງດ້ານການທະຫານ, ການປ້ອງກັນຊາດ. ເລື່ອງກໍາແໜ້ນລັກສະນະສູ້ຮົບ, ວັດຖຸອຸປະກອນ, ພາຫະນະ, ເຕັກໂນໂລຢີທັນສະໄໝ ແລະວິທີການບັນຊາ, ບໍລິຫານຂອງບັນດາປະເທດແມ່ນພື້ນຖານສໍາຄັນ ເພື່ອພັດທະນາຈິນຕະນາການທາງດ້ານການທະຫານ, ການປ້ອງກັນຊາດທີ່ສອດຄ່ອງກັບເງື່ອນໄຂຫວຽດນາມ. ຄະນະພັກ, ຜູ້ບັນຊາການ ແລະພະນັກງານ, ນັກຮົບທົ່ວກອງທັບຕ້ອງຖືນີ້ແມ່ນຄໍາສັ່ງປົກປັກຮັກສາປະເທດຊາດໃນໄລຍະໃໝ່, ບໍ່ໃຫ້ຮຽນແບບ, ກົນຈັກ ແລະບໍ່ໄດ້ອັດຕະວິໄສ, ຖືຈິດເປັນໃຫຍ່ຢ່າງເດັດຂາດ.
ການເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມຈຳເປັນ, ພາວະວິໄສໃນການກໍ່ສ້າງກອງທັບໃຫ້ທັນສະໄໝຕ້ອງຕິດພັນກັບການຍູ້ແຮງການພັດທະນາວິທະຍາສາດ-ເຕັກໂນໂລຢີການທະຫານ; ໃຫ້ບຸລິມະສິດຄົ້ນຄວ້າ, ເປັນເຈົ້າຂອງເຕັກໂນໂລຢີພື້ນຖານ, ແກນກາງ, ຍຸດທະສາດ. ເປັນເຈົ້າການຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຜະລິດ, ຊື້ອາວຸດອຸປະກອນເຕັກນິກກ້າວໜ້າ, ປະກອບອາວຸດໃຫ້ບັນດາອົງການ, ກົມກອງເຂົ້າໃນການຝຶກແອບ ແລະກຽມພ້ອມສູ້ຮົບ. ນີ້ແມ່ນບັນຫາກ່ຽວກັບຄວາມສາມາດເປັນເຈົ້າຕົນເອງຍຸດທະສາດໃນຂົງເຂດປ້ອງກັນຊາດ.
ໃນສະພາບການນັ້ນ, ຕ້ອງສະເໝີຕົ້ນສະເໝີປາຍຕໍ່ຄວາມຮັບຮູ້, ຍາມໃດກໍ່ຕັ້ງຄົນແມ່ນປັດໄຈທີ່ເປັນໃຈກາງ, ສວມບົດບາດຕັດສິນໃຈ. ດັ່ງນັ້ນ, ການຫັນກອງທັບເປັນທັນສະໄໝຕ້ອງຕິດພັນກັບການຍົກສູງຄຸນນະພາບການຝຶກແອບ, ການສຶກສາ-ບໍາລຸງສ້າງ, ສ້າງຖັນແຖວພະນັກງານ, ພາລະກອນ, ນັກຮົບໃຫ້ມີຄຸນທາດການເມືອງໝັ້ນຄົງ, ລະດັບວິຊາສະເພາະເກັ່ງ, ເປັນເຈົ້າອາວຸດອຸປະກອນເຕັກນິກທັນສະໄໝ; ປະສານສົມທົບລະຫວ່າງມູນເຊື້ອ, ບົດຮຽນກັບຄວາມຮູ້, ທັກສະສູ້ຮົບໃໝ່. ການຝຶກຊ້ອມ, ຝຶກແອບຕ້ອງຕິດກັບພຶດຕິກໍາຕົວຈິງຂອງສົງຄາມທັນສະໄໝ, ເພີ່ມທະວີການສູ້ຮົບລະຫວ່າງເຫຼົ່າທັບ-ເຫຼ່ົາຮົບ, ຝຶກຊ້ອມປ້ອງກັນທະຫານເຂດ, ປ້ອງກັນພາກພື້ນ, ຊ້ອມຮົບຕໍ່ສູ້, ຮັບປະກັນໃຫ້ຖືກສະໜາມຝຶກຊ້ອມກັບສະໜາມຮົບ, ຫຼີກລ້ຽງຮູບການ...
ຄຽງຄູ່ກັບການສ້າງກອງທັບທີ່ທັນສະໄໝແລ້ວ, ຍັງຕ້ອງສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດທີ່ທັນສະໄໝ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຍຸດທະສາດຍາວນານ. ສົງຄາມປະຊາຊົນປົກປັກຮັກສາປະເທດຊາດໃນເງື່ອນໄຂໃໝ່ຮຽກຮ້ອງຕ້ອງເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງທົ່ວສັງຄົມຕໍ່ກັບພາລະກິດປ້ອງກັນຊາດ; ສ້າງເຂດປ້ອງກັນໃຫ້ໝັ້ນຄົງເຂັ້ມແຂງ, ສອດຄ່ອງກັບອົງການອໍານາດການປົກຄອງທ້ອງຖິ່ນສອງຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບການເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງກໍາລັງແຮງສັງລວມປົກປັກຮັກສາປະເທດຊາດແຕ່ຫົວທີ, ແຕ່ໄກ.
ຄວາມຮຽກຮ້ອງຕ້ອງການທີ່ໂລ່ງລ່ຽນນັ້ນແມ່ນທັດສະນະຫຼັກແຫຼ່ງ: ພັກນໍາພາຢ່າງເດັດຂາດ, ໂດຍກົງກ່ຽວກັບທຸກດ້ານຕໍ່ກັບກອງທັບ ແລະພາລະກິດປ້ອງກັນຊາດ, ເສີມຂະຫຍາຍມູນເຊື້ອສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມ, ພ້ອມທັງເປັນເຈົ້າການ, ປະດິດສ້າງໃນການກໍ່ສ້າງກອງທັບທັນສະໄໝ, ພື້ນຖານທົ່ວປວງຊົນປ້ອງກັນຊາດທັນສະໄໝ, ສູ້ຮົບທັນສະໄໝ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດໃນໄລຍະໃໝ່.
ໂດຍ: ໄຊນີດາ