leftcenterrightdel
ແກ້ໄຂສະຖານະການປະຖົມພະຍາບານ ເຫດຖືກບາດເຈັບລົ້ມຕາຍ. ພາບ: qdnd.vn

ຄະນະ ORA ຂອງ ສປຊ ນຳໂດຍພັນເອກ Nergui Sodnom, ຫົວໜ້າອົງການການແພດຂອງຄະນະປະຕິບັດງານ, ພ້ອມດ້ວຍຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງສໍານັກບັນຊາ ຄະນະປະຕິບັດງານ UNMISS ແລະເຂດ UNITY.

leftcenterrightdel
ຜູ້ຖືກບາດເຈັບໜັກໃນສະຖານະການສົມມຸດຖານ ໄດ້ນໍາສົ່ງໄປເຖິງໂຮງໝໍກາງສະໜາມ ຂັ້ນ 2 ຫວຽດນາມ. ພາບ: qdnd.vn
leftcenterrightdel
ແບ່ງປະເພດຄົນເຈັບ. ພາບ: qdnd.vn

ຄະນະດໍາເນີນການກວດກາ, ຕີລາຄາຢ່າງຮອບດ້ານ, ລະອຽດການເຄື່ອນໄຫວທຸກດ້ານຂອງບັນດາກົມກອງການແພດໃນເຂດ, ໃນນັ້ນ ໂຮງໝໍກາງສະໜາມ ຂັ້ນ 2 ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມ.

leftcenterrightdel
ແກ້ໄຂກໍລະນີປະຖົມພະຍາບານ "Code Blue" ສໍາລັບຄົນເຈັບທີ່ມີອາການຫົວໃຈຢຸດເຕັ້ນ ໂດຍຫົວໜ້າຄະນະກວດກາ ຍົກອອກໂດຍບັງເອີນ. ພາບ: qdnd.vn
leftcenterrightdel
ເຂົ້າຮ່ວມເນື້ອໃນກວດກາຍັງມີໂຮງໝໍກາງສະໜາມ ຂັ້ນ 1 ຂອງບັນດາກົມກອງຝ່າຍເພື່ອນ. ພາບ: qdnd.vn

ເນື້ອໃນກວດກາຕ່າງໆໄດ້ສຸມໃສ່ເຂົ້າ: ວຽກງານບັນຊາ, ບໍລິຫານ; ການຈັດຕັ້ງບັນຈຸ, ຄຸ້ມຄອງຈໍານວນພົນທະຫານ; ວຽກງານຝຶກແອບການທະຫານ ແລະຝຶກແອບວິຊາການການແພດ; ຮັບປະກັນດ້ານພາລະທິການ-ເຕັກນິກ; ການຕິດຕໍ່ສື່ສານ; ການສົມທົບກັນລະຫວ່າງພົນລະເຮືອນ-ການທະຫານ; ກໍ່ຄືການປະຕິບັດລະບຽບວິໄນ, ຫຼັກການປະພຶດຕາມຂໍ້ກໍານົດຂອງ ສປຊ.

leftcenterrightdel
ບັນດາເນື້ອໃນກວດກາໄດ້ສຸມໃສ່ເຂົ້າໃນວຽກງານບັນຊາ, ບໍລິຫານ, ການຈັດຕັ້ງບັນຈຸ, ຄຸ້ມຄອງຈໍານວນພົນທະຫານ. ພາບ: qdnd.vn 
leftcenterrightdel
ເນື້ອໃນການກວດກາຍັງມີການຮັບປະກັນດ້ານພາລະທິການ-ເຕັກນິກ, ລະບົບຂັ້ນຕອນການດຳເນີນມາດຕະຖານ, ແຜນການສໍາຮອງ... ພາບ: qdnd.vn
leftcenterrightdel
ຄະນະກວດກາ ORA ເຮັດວຽກກັບໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ຂອງຫວຽດນາມ. ພາບ: qdnd.vn

ສະຫຼຸບການກວດກາ, ທ່ານພັນເອກ Nergui Sodnom ຮັບຮູ້ບັນດາກົມກອງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງ ORA ເປັນຢ່າງດີ; ພ້ອມທັງ, ຍົກອອກຄໍາສະເໜີເພື່ອສືບຕໍ່ປັບປຸງກໍາລັງຄວາມສາມາດ, ໃນນັ້ນ ເນັ້ນໜັກເຖິງມາດຕະຖານຂອງອຸປະກອນປະຖົມພະຍາບານເບື້ອງຕົ້ນ, ເພີ່່ມທະວີການຝຶກແອບປະຖົມພະຍາບານຍຸດທະວິທີຂອງບັນດາໂຮງໝໍກາງສະໜາມ ຂັ້ນ 1 ແລະຍົກລະດັບຄວາມສາມາດໃນການປະສານສົມທົບລະຫວ່າງບັນດາໂຮງໝໍກາງສະໜາມ ຂັ້ນ 1 ແລະຂັ້ນ 2.

ສໍາລັບໂຮງໝໍກາງສະໜາມຂັ້ນ 2 ຂອງຫວຽດນາມ, ຫົວໜ້າຄະນະ ໄດ້ຕີລາຄາສູງຕໍ່ຈິດໃຈຮ່ວມມື, ຄວາມເປັນມືອາຊີບ, ຄວາມກ້າວໜ້າຢ່າງຈະແຈ້ງດ້ານວິຊາການ ແລະທັກສະການທັກທາຍ, ພ້ອມທັງ, ສະເໜີກົມກອງສືບຕໍ່ປັບປຸງ, ຍົກລະດັບຄວາມສາມາດໃນການກຽມພ້ອມເຄື່ອນໄຫວໃນໄລຍະຈະມາເຖິງ ກວ່າອີກ.

ທ່ານພັນຕີ ເຈິ່ນດຶກຕ໋າຍ, ຫົວໜ້າໂຮງໝໍກາງສະໜາມ ຂັ້ນ 2 ເລກ 7 ຫວຽດນາມ ໄດ້ໃຫ້ຮູ້ວ່່າ ໃນເວລາກວດກາ, ກົມກອງພວມຂາດຈໍານວນພົນທະຫານທີ່ມີລັກສະນະພາວະວິໄສ. ເຖິງຢ່າງໃດກໍ່ຕາມ, ໝູ່ຄະນະພະນັກງານ, ພາລະກອນໂຮງໝໍ ຍາມໃດກໍ່ມານະພະຍາຍາມສູງສຸດ, ເສີມຂະຫຍາຍຈິດໃຈສາມັກຄີ, ແຕ່ລະຊົ່ວໂມງ, ແຕ່ລະມື້້, ແຕ່ລະອາທິດ, ເປັນເຈົ້າການຖອດຖອນບົດຮຽນຈາກບັນດາກົມກອງເພື່ອນ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາໂຮງໝໍກາງສະໜາມ ຂັ້ນ 1, ປະຕິບັດທຸກຂໍ້ກໍານົດກ່ຽວກັບຄວາມໝັ້ນຄົງ, ການຕິດຕໍ່ສື່ສານ ແລະວິຊາການວິຊາສະເພາະຢ່າງເຂັ້ມງວດ.

ໂດຍ: ໄຊນີດາ