ປະກອບສ່ວນເຂົ້າໃນການເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ
ກປ.ອອນໄລ - ຕອນບ່າຍວັນທີ 23 ທັນວາ, ທີ່ສຳນັກງານ ກະຊວງປ້ອງກັນປະເທດ, ທ່ານພົນໂທ ຟຸ່ງສີເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Phorn Nara, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດກ່ຽວກັບອາວຸດເຄມີກຳປູເຈຍ.
ການຢ້ຽມຢາມ ແລະເຮັດວຽກຂອງທ່ານພົນເອກ Phorn Nara ແມ່ນນອນໃນແຜນການຮ່ວມມືປີ 2025 ລະຫວ່າງກະຊວງປ້ອງກັນປະເທດ ສອງປະເທດ ຫວຽດນາມ ແລະ ກຳປູເຈຍ.
ທ່ານພົນໂທ ຟຸ່ງສີເຕິນ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກຳປູເຈຍ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນແມ່ນບັນດາຂົງເຂດ ແລກປ່ຽນຄະນະຜູ້ແທນໃນທຸກລະດັບ, ພິເສດແມ່ນລະດັບສູງ; ຮັກສາກົນໄກສົນທະນາ, ການທາບທາມຄວາມເຫັນຢ່າງມີປະສິດທິຜົນ; ການບໍາລຸງສ້າງ, ຝຶກອົບຮົມ; ການຄຸ້ມຄອງ, ການປົກປັກຮັກສາຊາຍແດນ; ການພົບປະແລກປ່ຽນ, ການແຮກສ່ຽວ; ການສຶກສາ ແລະໂຄສະນາກ່ຽວກັບການພົວພັນສອງປະເທດ; ການຄົ້ນຫາ, ທ້ອນໂຮມ, ຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີຫຼາຍຝ່າຍ...
    |
 |
|
ທ່ານພົນໂທ ຟຸ່ງສີເຕິນ ຕ້ອນຮັບທ່ານພົນເອກ Phorn Nara. ພາບ: qdnd.vn |
ສ່ວນທ່ານພົນເອກ Phorn Nara ຊົມເຊີຍຫວຽດນາມ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນທຸກຂົງເຂດ; ພ້ອມທັງແຈ້ງໃຫ້ທ່ານພົນໂທ ຟຸ່ງສີເຕິນ ຊາບກ່ຽວກັບໝາກຜົນຂອງການເຮັດວຽກກ່ອນໜ້ານັ້ນກັບເຫຼົ່າຮົບເຄມີ.
ໂດຍເນັ້ນໜັກເຖິງບົດບາດສຳຄັນຂອງຂະແໜງເຄມີ ສໍາລັບກອງທັບຂອງແຕ່ລະປະເທດ ແລະຕີລາຄາສູງຕໍ່ໝາກຜົນຂອງການເຮັດວຽກ, ໃນໄລຍະຈະມາເຖິງ ທ່ານພົນໂທ ຟຸ່ງສີເຕິນ ໄດ້ສະເໜີໃຫ້ສອງອົງການ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນປະສົບການດ້ານວິຊາສະເພາະ, ສົມທົບກັນເປັນເສນາທິການໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບບັນດາຂົງເຂດທີ່ຮັບຜິດຊອບຢ່າງມີປະສິດທິຜົນ; ຢັ້ງຢືນວ່າ ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງທຸກເງື່ອນໄຂທີ່ສະດວກເພື່ອໃຫ້ເຫຼົ່າຮົບເຄມີ ແລະຄະນະກໍາມະການແຫ່ງຊາດກ່ຽວກັບອາວຸດເຄມີກໍາປູເຈຍ ເພີ່ມທະວີການຮ່ວມມື, ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ ເລິກເຊິ່ງກວ່າອີກ.
ໂດຍ: ແຕງ ແສງມະນີ