ທີ່ຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວ ສປຊ ຢູ່ Abyei, ກອງຊ່າງແສງ ເລກ 4 ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944 / 22 ທັນວາ 2025).
ເຫດການນີ້ບໍ່ພຽງແຕ່ເປັນໂອກາດທີ່ຫວນຄືນປະຫວັດສາດອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງເປັນຂົວເຊື່ອມຕໍ່ເພື່ອຕິດພັນ, ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງກຳລັງໝວກເບເລສີຟ້າຂອງຫວຽດນາມ ກັບປະຊາຄົມສາກົນ ແລະອຳນາດການປົກຄອງທ້ອງຖິ່ນອີກດ້ວຍ.
ພິທີສະເຫຼີມສະຫຼອງມີການເຂົ້າຮ່ວມຂອງທ່ານພົນຕີ Robert Yaw Affram, ຜູ້ບັນຊາການຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວ ສປຊ; ທ່ານພົນຕີ Robert Yaw Affram ໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງກອງຊ່າງແສງເລກ 4 ຫວຽດນາມ, ເຊິ່ງໄດ້ປ່ຽນແປງພື້ນຖານໂຄງລ່າງຢູ່ທີ່ຄະນະປະຕິບັດງານໃນແຕ່ລະມື້, ສ້າງເງື່ອນໄຂການເຮັດວຽກ ແລະການດຳລົງຊີວິດທີ່ດີຂຶ້ນສຳລັບກຳລັງຮັກສາສັນຕິພາບ.
ການມີໜ້າຂອງຄະນະຜູ້ແທນຂັ້ນສູງແມ່ນພິສູດໃຫ້ເຫັນການຮັບຮູ້ຂອງສາກົນກ່ຽວກັບການປະກອບສ່ວນຢ່າງຍຶດໝັ້ນຂອງກຳລັງຫວຽດນາມ ຢູ່ Abyei.
ໃນຂອບເຂດຂອງພິທີສະເຫຼີມສະຫຼອງ, ບັນດາຜູ້ແທນສາກົນມີໂອກາດຮຽນຮູ້ກ່ຽວກັບການເດີນທາງ 81 ປີແຫ່ງການຕໍ່ສູ້ ແລະການເຕີບໂຕຂອງກອງທັບປະຊາຊົນຫວຽດນາມ ຜ່ານງານວາງສະແດງປຶ້ມປະຫວັດສາດການທະຫານຫວຽດນາມ.
ໂດຍ: ຈາງຫງວຽນ
Type the code from the image