ທີ່ການພົບປະແລກປ່ຽນ, ບັນດານາຍທະຫານໜຸ່ມສອງປະເທດ ໄດ້ແລກປ່ຽນຫຼາຍເນື້ອໃນ ຄື: ການກໍ່ສ້າງ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງຊາດ; ບົດຮຽນໃນການອົບຮົມຫັດແອບ, ຮູບແບບ ແລະວິທີການເຮັດທີ່ດີໃນກໍ່ສ້າງກົມກອງ; ບົດບາດຂອງນາຍທະຫານໜຸ່ມ ໃນວຽກງານຂົນຂວາຍປະຊາຊົນ ເພື່ອຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ, ວຽກງານການທູດປະຊາຊົນ; ບັນດາຮູບການ, ວິທີການພົບປະແລກປ່ຽນນາຍທະຫານໜຸ່ມໃນສະພາບການປະຈຸບັນ...

leftcenterrightdel
ບັນດາຜູ້ແທນທີ່ການພົບປະແລກປ່ຽນ. ພາບ: ມິງເງິນ
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ມິງເງິນ

ທີ່ງານພົບປະແລກປ່ຽນ, ທັງສອງຝ່າຍຢືນຢັນວ່າ ເຫດການດັ່ງກ່າວແມ່ນໂອກາດທີ່ມີຄວາມໝາຍ ເພື່ອໃຫ້ນາຍທະຫານໜຸ່ມຂອງຫວຽດນາມ ແລະກຳປູເຈຍ ພ້ອມກັນຫວນຄືນມູນເຊື້ອອັນດີງາມລະຫວ່າງສອງຊາດ; ພ້ອມທັງ, ປະກອບສ່ວນປັບປຸງ, ເຮັດໃຫ້ນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ ດ້ວຍທິດນໍາ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເລິກເຊິ່ງກວ່າອີກ.

ໂດຍ: ໄຊນີດາ