ພົນເອກ ຟານວັນຢາງ ຮູ້ບຸນຄຸນຕໍ່ບັນດາສະຫາຍອະດີດການນໍາພັກ, ລັດ ແລະກອງທັບ
ກປ.ອອນໄລ - ຕອນບ່າຍວັນທີ 20 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944 / 22 ທັນວາ 2025) ແລະວັນປ້ອງກັນຊາດທົ່ວປວງຊົນ ຄົບຮອບ 36 ປີ (22 ທັນວາ 1989 / 22 ທັນວາ 2025), ຄະນະປະຕິບັດງານ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ນຳໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະຮູ້ບຸນຄຸນຕໍ່ບັນດາສະຫາຍອະດີດການນຳພັກ, ລັດ ແລະກອງທັບ.
ທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານໄດ້ໄປຢ້ຽມຢາມຄອບຄົວ, ຖະຫວາຍທູບທຽນ, ດອກໄມ້ອາໄລຫາທ່ານ ເລຄາຟຽວ ອະດີດເລຂາທິການໃຫຍ່, ອະດີດຫົວໜ້າກົມໃຫຍ່ການເມືອງ; ທ່ານ ເລດຶກແອງ ອະດີດປະທານປະເທດ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາອະດີດລັດຖະມົນຕີກະຊວງປ້ອງກັນປະເທດ: ພົນເອກ ຫວໍງວຽນຢາບ, ພົນເອກ ວັນຕຽນຢຸງ...
    |
 |
|
ທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທ່ານພົນເອກ ຟ້າມວັນຈ່າ. ພາບ: qdnd.vn |
ຕໍ່ໜ້າດວງວິນຍານຂອງບັນດາບັນພະບຸລຸດ, ພົນເອກ ຟານວັນຢາງ ແລະຄະນະປະຕິບັດງານໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍອະດີດການນຳພັກ, ລັດ ແລະກອງທັບຕໍ່ພາລະກິດປະຕິວັດຂອງພັກ, ປະເທດຊາດ ແລະຕໍ່ພາລະກິດສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ. ໃນການສົນທະນາຢ່າງອົບອຸ່ນກັບຍາດຕິພີ່ນ້ອງຂອງບັນດາສະຫາຍອະດີດການນໍາພັກ, ລັດ ແລະກອງທັບ, ທ່ານພົນເອກ ຟານວັນຢາງ ໄດ້ສົ່ງຄໍາອວຍພອນໃຫ້ມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະຄອບຄົວສືບຕໍ່ເສີມຂະຫຍາຍມູນເຊື້ອ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດ.
ໃນຕອນບ່າຍວັນດຽວກັນ, ທ່ານພົນເອກ ຟານວັນຢາງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາສະຫາຍອະດີດລັດຖະມົນຕີກະຊວງປ້ອງກັນປະເທດ: ພົນເອກ ຟ້າມວັນຈ່າ, ພົນເອກ ໂງຊວນລິກ.
ໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ອວຍພອນໃຫ້ພົນເອກ ຟ້າມວັນຈ່າ, ພົນເອກ ໂງຊວນລິກ ແລະຄອບຄົວມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ເອົາໃຈໃສ່, ຕິດຕາມ ແລະປະກອບສ່ວນບັນດາຄວາມເຫັນອັນລໍ້າຄ່າເພື່ອສ້າງກອງທັບໃຫ້ນັບມື້ນັບເຂັ້ມແຂງ, ປະຕິບັດໜ້າທີ່ທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້ປະສົບຜົນສຳເລັດ.
ໂດຍ: ຈາງຫງວຽນ