ທີ່ການພົບປະສອງຝ່າຍ, ທັງສອງຝ່າຍໄດ້ສະຫຼຸບ ແລະຕີລາຄາສູງຕໍ່ໝາກຜົນທີ່ຕັ້ງໜ້າໃນການຄຸ້ມຄອງຊາຍແດນ ແລະການຮ່ວມມືປະຕິບັດກົດໝາຍ ແລະບັນລຸຄວາມຮັບຮູ້ລວມ ເພື່ອເພີ່ມທະວີການຮ່ວມມືໃນການປະຕິບັດກົດໝາຍໃນໄລຍະຈະມາເຖິງ.

leftcenterrightdel
ຕາງໜ້າຄະນະຜູ້ແທນບັນດາຄ້າຍທະຫານຊາຍແດນສັງກັດກອງບັນຊາການທະຫານຊາຍແດນແຂວງ ລາຍເຈົາ (ຫວຽດນາມ) ມອບດອກໄມ້ ແລະຕ້ອນຮັບຄະນະຜູ້ແທນກອງຮ້ອຍຄຸ້ມຄອງຊາຍແດນ Jin ping (ຈີນ). ພາບ: qdnd.vn

ສອງຝ່າຍໄດ້ເຫັນດີເປັນເອກະສັນສືບຕໍ່ຊາບຊຶມ, ຮັກສາກົນໄກການຮ່ວມມືໃນການປະຕິບັດກົດໝາຍ, ເສີມສ້າງ ແລະເຮັດໃຫ້ບັນດາກົນໄກທີ່ມີຢູ່ແລ້ວເລິກເຊິ່ງກວ່າເກົ່າ, ຄື: ການພົບປະ, ພົບປະເຈລະຈາປະຈໍາໄລຍະ, ພົບປະເມື່ອມີວຽກ, ແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມ, ສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດ, ສົມທົບກັນປົກປັກຮັກສາຄວາມໝັ້ນຄົງໃນໂອກາດດໍາເນີນເຫດການສໍາຄັນ, ສົມທົບກັນແກ້ໄຂບັນດາຄະດີ, ເຫດການ...

leftcenterrightdel
ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມຊ່ວຍຈໍາ. ພາບ: qdnd.vn

leftcenterrightdel
 

leftcenterrightdel
ສອງຄະນະມອບຂອງຂວັນທີ່ລະນຶກໃຫ້ກັນ. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະພາບເຮັດໃຫ້ການພົບປະແລກປ່ຽນມິດຕະພາບ, ຍູ້ແຮງການຜັນຂະຫຍາຍບັນດາການເຄື່ອນໄຫວພ້ອມສ້າງການຮ່ວມມືມິດຕະພາບລະຫວ່າງບັນດາກົມກອງຄ້າຍ-ຄ້າຍ/ກອງຮ້ອຍຢ່າງອບດ້ານທີ່ເລິກເຊິ່ງຂຶ້ນຕື່ມ; ເຮັດໃຫ້ຮູບການພົບປະແລກປ່ຽນມິດຕະພາບທີ່ເປັນຫຼາຍຮູບຫຼາຍແບບຢ່າງບໍ່ຢຸດຢັ້ງ; ກໍ່ສ້າງ, ປັບປງຮູບແບບຈຸດໃນການຮ່ວມມືປະຕິບັດກົດໝາຍຫວຽດນາມ-ຈີນ.

ເປັນເສນາທິການຢ່າງຕັ້ງໜ້າໃຫ້ອໍານາດການປົກຄອງທ້ອງຖິ່ນຂອງທັງສອງຝ່າຍຜັນຂະຫຍາຍການເຄື່ອນໄຫວແຮກສ່ຽວ “ບ້ານ, ບ້ານມິດຕະພາບ”, ຕາແສງ, ເທດສະບານເມືອງມິດຕະພາບ”; ຊຸກຍູ້ການພົບປະແລກປ່ຽນໃນບັນດາຂົງເຂດ, ກໍ່ສ້າງສະພາບແວດລ້ອມປອດໄພ-ສະຖຽນລະພາບ.

ໂດຍ: ໄຊນີດາ