ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນເຈົ້າພາບຈັດງານລ້ຽງ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານພົນໂທ ຮວ່າງຊວນຈຽນ ຢືນຢັນວ່າ ໃນໄລຍະ 81 ປີແຫ່ງການສ້າງສາ ແລະເຕີບໃຫຍ່ຂະຫຍາຍຕົວ, ພາຍໃຕ້ການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກກອມມູນິດຫວຽດນາມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໝັ້ນ ແລະຮັກແພງ, ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ກອງທັບປະຊາຊົນຫວຽດນາມ ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມຢ່າງໜັກແໜ້ນ, ກໍ່ຄື ປະຕິບັດສໍາເລັດພັນທະສາກົນອັນສະຫງ່າລາສີ ແລະພວມມີບາດກ້າວເດີນທີ່ແຂງແຮງໃນສັງກາດໃໝ່, ສັງກາດແຫ່ງການພັດທະນາປະເທດ ໃຫ້ຮັ່ງມີເຂັ້ມແຂງ ແລະເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ. ພາບ: qdnd.vn

ໂດຍປະຕິບັດແນວທາງການພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຍຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ "ສີ່ບໍ່" ເພື່ອແນໃສ່ເປົ້າໝາຍສັນຕິພາບ, ການຮ່ວມມື ແລະພັດທະນາ, ບົນພື້ນຖານເຄົາລົບນັບຖືເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະຄວາມສະເໝີພາບທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕາງໜ້າຄະນະຜູ້ແທນທູດການທະຫານຂອງບັນດາປະເທດ ປະຈຳຫວຽດນາມ, ທ່ານພັນເອກ Mick Jansen, ທີ່ປຶກສາທູດປ້ອງກັນຊາດອົດສະຕາລີ, ຫົວໜ້າຄະນະຜູ້ແທນທູດການທະຫານບັນດາປະເທດ ປະຈຳຫວຽດນາມ ໃຫ້ຮູ້ວ່າ ທ່ານ ມີຄວາມປະທັບໃຈຕໍ່ກັບລັກສະນະເປັນມືອາຊີບຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ແລະສະແດງຄວາມສະເທືອນໃຈເມື່ອເຫັນປະຈັກຕາອາລົມຈິດຂອງປະຊາຊົນຫວຽດນາມ ທີ່ມີຕໍ່ກໍາລັງກອງທັບ. ທ່ານ ຕີລາຄາສູງຕໍ່ຄວາມສາມາດຮັບມືຢ່າງວ່ອງໄວຂອງກອງທັບປະຊາຊົນຫວຽດນາມ ໃນບັນດາການເຄື່ອນໄຫວກູ້ຊີບໄພພິບັດທັງພາຍໃນ ແລະຕ່າງປະເທດ.

ໂດຍ: ຈາງຫງວຽນ