ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບຜູ້ບັນຊາການກໍາລັງປ້ອງກັນຕົວຢູ່ທະເລ ຍີ່ປຸ່ນ
ກປ.ອອນໄລ - ວັນທີ 11 ທັນວາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ, ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ Saito Akira, ຜູ້ບັນຊາການກໍາລັງປ້ອງກັນຕົວຢູ່ທະເລ ຍີ່ປຸ່ນ.
ທ່ານພົນເອກ ຫງວຽນເຕິນເກືອງ ຢືນຢັນວ່າ ຫວຽດນາມ ແລະຍີ່ປຸ່ນ ມີສາຍພົວພັນມິດຕະພາບອັນດີງາມມາແຕ່ດົນນານ ແລະມີຈຸດຄ້າຍຄືກັນຫຼາຍຢ່າງກ່ຽວກັບວັດທະນະທໍາ ແລະຮີດຄອງປະເພນີ. ພິເສດ, ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປີ 2023 ໄດ້ສ້າງກໍາລັງໜູນເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີການປ້ອງກັນຊາດ. ທ່ານພົນເອກ ຫງວຽນເຕິນເກືອງ ເຊື່ອໝັ້ນວ່າ, ດ້ວຍພື້ນຖານທີ່ສ້າງຂຶ້ນໃນໄລຍະຫຼາຍທົດສະວັດທີ່ຜ່ານມາ, ພ້ອມກັບຄວາມເຫັນດີເຫັນພ້ອມສູງ ກໍ່ຄືຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງການນໍາ ແລະປະຊາຊົນ ສອງປະເທດ...
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນໂທ Saito Akira. ພາບ: ຮວ່າງຫວູ |
ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຍີ່ປຸ່ນ ໃນໄລຍະຜ່ານມາໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືທີ່ຕັ້ງໜ້າ ແລະມີປະສິດທິຜົນລະຫວ່າງເຫຼົ່າທັບເຮືອຫວຽດນາມ ແລະກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ໃນໄລຍະຜ່ານມາ, ໂດຍສຸມໃສ່ເຂົ້າໃນຫຼາຍຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮ່ວມມືບໍາລຸງສ້າງ, ຝຶກອົບຮົມ, ແລກປ່ຽນບົດຮຽນ; ຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງນາຍທະຫານເສນາທະຫານເຮືອ; ຈັດສົ່ງກໍາປັ່ນຢ້ຽມຢາມເຊິ່ງກັນ ແລະກັນ; ເຂົ້າຮ່ວມກອງປະຊຸມ, ກອງປະຊຸມສໍາມະນາ, ເຫດການຫຼາຍຝ່າຍສາກົນໂດຍແຕ່ລະຝ່າຍຈັດຕັ້ງ...
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ມອບຂອງຂວັນໃຫ້ທ່ານພົນໂທ Saito Akira. ພາບ: ຮວ່າງຫວູ |
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ, ທ່ານພົນໂທ Saito Akira ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ |
ສ່ວນທ່ານພົນໂທ Saito Akira ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ, ໃນນັ້ນມີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຍີ່ປຸ່ນ ແລະຫວຽດນາມ; ສະແດງຄວາມເຫັນດີຢ່າງສູງຕໍ່ກັບຄວາມຄິດເຫັນຂອງທ່ານພົນເອກ ຫງວຽນເຕິນເກືອງ; ຫວັງວ່າ ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ເວົ້າລວມ ແລະລະຫວ່າງກຳລັງປ້ອງກັນຕົວຢູ່ທະເລຍີ່ປຸ່ນ ແລະເຫຼົ່າທັບເຮືອຫວຽດນາມ ເວົ້າສະເພາະ ຈະນັບມື້ນັບພັດທະນາເລິກເຊິ່ງກວ່າເກົ່າ.
ໂດຍ: ໄຊນີດາ