ພົບເຫັນ, ບໍາລຸງລ້ຽງ ແລະນໍາໃຊ້ພອນສະຫວັນໜຸ່ມໃນກອງທັບ
ກປ.ອອນໄລ - ອີງຕາມບົດລາຍງານຂອງກົມໃຫຍ່ການເມືອງ, ໃນຊຸມປີຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ ໄດ້ນຳພາ, ຊີ້ນຳບັນດາອົງການ ແລະກົມກອງຕ່າງໆໃນທົ່ວກອງທັບໄດ້ພົບເຫັນ, ບຳລຸງລ້ຽງ ແລະນຳໃຊ້ພອນສະຫວັນໜຸ່ມໃນກອງທັບຢ່າງຕັ້ງໜ້າ; ແລະມີນະໂຍບາຍທີ່ເໝາະສົມເພື່ອດຶງດູດຊາວໜຸ່ມທີ່ມີລະດັບການສຶກສາສູງ, ທີ່ຄຸນທາດການເມືອງ ແລະຄຸນສົບບັດທີ່ດີເຂົ້າໃນກອງທັບ, ສ້າງສະພາບແວດລ້ອມ ແລະເງື່ອນໄຂທີ່ດີທີ່ສຸດສຳລັບໄວໜຸ່ມໃນການສຶກສາ ແລະຍົກລະດັບການສຶກສາ, ເອົາໃຈໃສ່ເປັນສໍາຄັນໃນການບໍາລຸງສ້າງການເຮັດວຽກເອກະລາດ, ປະດິດສ້າງ, ທັກສະການເຮັດຕົວຈິງ. ພ້ອມທັງ, ປະຕິບັດທິດນໍາ “ຄຸນນະພາບການບໍາລຸງສ້າງຂອງໂຮງຮຽນແມ່ນຄວາມສາມາດການກຽມພ້ອມສູ້ຮົບຂອງກົມກອງ”, ສ້າງໂຮງຮຽນອັດສະລິຍະ, ສູນຄົ້ນຄວ້າ ວິທະຍາສາດເພື່ອຍົກສູງຄຸນນະພາບສໍາມະນາກອນເມື່ອຮຽນຈົບ...
ບັນດາອົງການ, ກົມກອງໃນທົ່ວກອງທັບປະຕິບັດນະໂຍບາຍບຸລິມະສິດທີ່ເໝາະສົມ ແລະຈັດຕັ້ງເຊີດຊູ ແລະຍ້ອງຍໍຊົມເຊີຍສໍາລັບພະນັກງານ, ສະມາຊິກຊາວໜຸ່ມ ແລະຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນການຝຶກອົບຮົມ, ຄວາມພ້ອມໃນການສູ້ຮົບ, ການຄົ້ນຄວ້າວິທະຍາສາດ ແລະປະຕິບັດບັນດາໜ້າທີ່. ພິເສດ, ປະຕິບັດແຜນໂຄງເພີ່ມທະວີວຽກງານອາສາສະໝັກໄປເຮັດວຽກໃນເຂດເສດຖະກິດ-ປ້ອງກັນຊາດ ໄລຍະ 2021-2030, ມາຮອດປະຈຸບັນ, ໄດ້ມີນັກປັນຍາຊົນໜຸ່ມຫຼາຍກວ່າ 3.000 ຄົນອາສາສະໝັກໄປເຮັດວຽກຢູ່ໃນຄະນະເສດຖະກິດ ແລະເຂດເສດຖະກິດ-ປ້ອງກັນຊາດໃນບໍລິເວນ 253 ຕາແສງ, ປະກອບສ່ວນເຂົ້າໃນການປັບປຸງປະສິດທິຜົນວຽກງານກໍ່ສ້າງ ແລະປັບປຸງການປ້ອງກັນຊາດ ແລະການພັດທະນາເສດຖະກິດໃນຕາແສງທີ່ມີຄວາມຫຍຸ້ງຍາກພິເສດ, ຕາແສງຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ.
ໂດຍ: ໄຊນີດາ