ໃນສະພາບອາກາດທີ່ໂຫດຮ້າຍ ແລະການດຳລົງຊີວິດທີ່ຂາດເຂີນຂອງເຂດອາຟຣິກາຕາເວັນອອກ, ການມີໜ້າຂອງນາຍທະຫານຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງການສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ, ແຕ່ຍັງນຳມາເຊິ່ງຄວາມອົບອຸ່ນແຫ່ງຄວາມເມດຕາຂອງມະນຸດ, ຂອງຈິດໃຈຄວາມສາມັກຄີຊົນຊາດ ແລະຮີດຄອງປະເພນີຂອງທະຫານລຸງໂຮ່ ອີກດ້ວຍ.
ເຂດຊຸມຊົນທີ່ຄະນະໄດ້ໄປຢ້ຽມຢາມແມ່ນຕັ້ງຢູ່ແຄມແມ່ນໍ້າ Nile ຂາວ, ບ່ອນທີ່ຫຼາຍຮ້ອຍຄອບຄົວອາໄສຢູ່ໃນຕູບຊົ່ວຄາວທີ່ສ້າງດ້ວຍໄມ້ເສດ, ຜ້າໃບເກົ່າ ແລະເຫຼັກລອກ. ສົງຄາມທີ່ຍືດເຍື້ອເຮັດໃຫ້ຫຼາຍຄອບຄົວເສຍຜູ້ຫາລ້ຽງຄອບຄົວ, ເດັກນ້ອຍຕ້ອງເຕີບໃຫຍ່ຢູ່ໃນສະພາບທີ່ຂາດເຂີນ, ແລະແມ່ຍິງຕ້ອງຮັບບົດບາດໃນການລ້ຽງດູຄອບຄົວທັງໝົດຂອງເຂົາເຈົ້າ. ໃນສະພາບການດັ່ງກ່າວ, ຄວາມສົນໃຈຈາກພາຍນອກໃດໆກໍ່ຈະກາຍເປັນສິ່ງທີ່ມີຄຸນຄ່າອັນລໍ້າຄ່າ.
    |
 |
|
ຮ້ອຍເອກພິເສດ ນາງ ຫວູຫງວຽດແອງ ມອບຂອງຂວັນໃຫ້ເດັກນ້ອຍຊູດັງໃຕ້. ພາບ: qdnd.vn |
    |
 |
|
ບັນດານາຍທະຫານກອງທັບ ແລະຕຳຫຼວດຫວຽດນາມ ໂອ້ລົມກັບປະຊາຊົນຊູດັງໃຕ້. ພາບ: qdnd.vn |
ເມື່ອຄະນະຫວຽດນາມ ເຂົ້າໄປໃນເຂດຊຸມຊົນ, ປະຊາຊົນໄດ້ຕ້ອນຮັບພວກເຂົາດ້ວຍຮອຍຍິ້ມທີ່ອ່ອນໂຍນ ແລະສາຍຕາທີ່ມີຄວາມຫວັງ. ເອື້ອຍ Mary Kiden, ແມ່ໝ້າຍທີ່ລ້ຽງລູກນ້ອຍສີ່ຄົນ, ຮູ້ສຶກຕື້ນຕັນໃຈຈົນນໍ້າຕາໄຫຼເມື່ອໄດ້ຮັບຂອງຂວັນ, ໄດ້ແບ່ງປັນວ່າ: “ປະຊາຊົນຫວຽດນາມ ບໍ່ພຽງແຕ່ນຳເອົາຂອງຂວັນມາໃຫ້ເທົ່ານັ້ນ, ແຕ່ພວກເພື່ອນຍັງນຳເອົາການແບ່ງປັນທີ່ແທ້ຈິງມາໃຫ້ອີກດ້ວຍ. ສິ່ງທີ່ລໍ້າຄ່າທີ່ສຸດແມ່ນພວກຂ້າພະເຈົ້າຮູ້ວ່າ ຕົນເອງບໍ່ຖືກຫຼົງລື່ມ”.
ຖ້ອຍຄຳທີ່ລຽບງ່າຍແຕ່ເລິກເຊິ່ງນັ້ນເຮັດໃຫ້ບັນດານາຍທະຫານຫວຽດນາມ ຮັບຮູ້ວ່າ ບາງຄັ້ງສິ່ງທີ່ປະຊາຊົນຊູດັງໃຕ້ຕ້ອງການບໍ່ພຽງແຕ່ແມ່ນອາຫານ ຫຼື ສິ່ງໄກໆເທົ່ານັ້ນ, ແຕ່ຍັງເປັນການຮັບຟັງ ແລະເຂົ້າໃຈອີກດ້ວຍ.
    |
 |
|
ນາຍທະຫານຍິງຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຮ່ວມເດີນທາງກັບປະຊາຊົນທ້ອງຖິ່ນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍແຫ່ງນີ້. ພາບ: qdnd.vn |
ພັນຕີ ຫງວຽນເທແອງ, ນາຍຕຳຫຼວດປະຊາຊົນຫວຽດນາມ ໃຫ້ຮູ້ວ່າ ການພົບປະກັບຊາວທ້ອງຖິ່ນລ້ວນແຕ່ເຮັດໃຫ້ອ້າຍມີຄວາມຄິດຫຼາຍຢ່າງອີກ: “ເມື່ອເບິ່ງຊີວິດຂອງເຂົາເຈົ້າ, ພວກຂ້າພະເຈົ້າເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມໝາຍ ແລະຄວາມຮັບຜິດຊອບຂອງກຳລັງຮັກສາສັນຕິພາບໃນຊູດັງໃຕ້”.
ຈຸດເດັ່ນທີ່ໜ້າປະທັບໃຈຂອງການເດີນທາງຄັ້ງນີ້ແມ່ນເລື່ອງບັນດານາຍທະຫານຫວຽດນາມ ກະກຽມຢາສີດກັນຍຸງ ແລະຄຣີມກັນຍຸງ ເພື່ອມອບໃຫ້ແມ່ຍິງ ແລະເດັກນ້ອຍ - ເຊິ່ງເປັນກຸ່ມຄົນທີ່ຖືກຄວາມສ່ຽງຫຼາຍທີ່ສຸດໃນຊ່ວງລະດູໄຂ້ຍຸງ. ພັນຕີ ນາງ ເລທິບິກງອັກ ແລະຮ້ອຍເອກພິເສດ ນາງ ຫວູຫງວຽດແອງ ໄດ້ແບ່ງປັນເຫດຜົນຂອງການນຳເອົາສິ່ງຂອງນ້ອຍໆ ແຕ່ມີປະໂຫຍດເຫຼົ່ານັ້ນມານຳ: “ຢູ່ຫວຽດນາມ, ຢາກັນຍຸງແມ່ນສິນຄ້າທີ່ນິຍົມທີ່ສຸດ. ແຕ່ໃນຊູດັງໃຕ້ - ບ່ອນທີ່ພະຍາດໄຂ້ຍຸງຍັງເປັນໄພຂົ່ມຂູ່ຕໍ່ທຸກຄອບຄົວ - ຢາກັນຍຸງສາມາດຊ່ວຍໃຫ້ເດັກນ້ອຍຫຼີກລ່ຽງການຖືກຍຸງກັດເປັນເວລາດົນໆ ແລະເປັນເຄື່ອງປ້ອງກັນຄວາມສ່ຽງຂອງພະຍາດໄຂ້ຍຸງ. ມັນເປັນພຽງຂອງຂວັນທີ່ນ້ອຍໆ, ແຕ່ມັນນຳເອົາຄວາມອຸ່ນອ່ຽງໃຈອັນຍິ່ງໃຫຍ່ມາໃຫ້ປະຊາຊົນ, ດັ່ງນັ້ນພວກຂ້າພະເຈົ້າຈຶ່ງພະຍາຍາມເອົາມັນມານຳ.”
ແມ່ໜຸ່ມຄົນໜຶ່ງຖືຂວດຢາກັນຍຸງຢູ່ໃນມື, ເວົ້າດ້ວຍຄວາມສະເທືອນໃຈວ່າ, "ຂ້າພະເຈົ້າ ບໍ່ເຄີຍມີເງິນຊື້ສິ່ງຂອງແບບນີ້ມາກ່ອນ. ຂອບໃຈທີ່ຄິດເຖິງ ພວກຂ້າພະເຈົ້າ."
ເຂົ້າຮ່ວມກິດຈະກຳນີ້, ຮ້ອຍເອກພິເສດ ນາງ ຫງວຽນມີ້ລິງ, ນາຍຕຳຫຼວດປະຊາຊົນຫວຽດນາມ, ໄດ້ແບ່ງປັນວ່າ: "ກ່ອນການເດີນທາງ, ອ້າຍນ້ອງພວກຂ້າພະເຈົ້າທຸກຄົນ ກໍຢາກເອົາສິ່ງທີ່ເປັນປະໂຫຍດມານຳ. ພວກຂ້າພະເຈົ້າພຽງແຕ່ຄິດວ່າ: ຖ້າຊ່ວຍຜູ້ໃດຜູ້ໜຶ່ງຫຼຸດຜ່ອນຄວາມຫຍຸ້ງຍາກໄດ້, ທີ່ໜ້າທີ່ໃນມື້ນີ້ຍິ່ງມີຄວາມໝາຍຫຼາຍ".
    |
 |
|
ກຸ່ມປະຕິບັດງານ UNMISS ຫວຽດນາມ ແລະຊາວທ້ອງຖິ່ນ. ພາບ: qdnd.vn |
ການສົມທົບກັນລະຫວ່າງກອງທັບ ແລະຕຳຫຼວດຫວຽດນາມ ໃນການເຄື່ອນໄຫວຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈສາມັກຄີຊົນຊາດ, ພ້ອມທັງເຜີຍແຜ່ຮູບພາບຂອງຫວຽດນາມ ທີ່ມີຄວາມເມດຕາ, ມີຄວາມຮັບຜິດຊອບ ແລະສຸດອົກສຸດໃຈໃນໜ້າທີ່ສາກົນຂອງຕົນ. ຫຼັງຈາກການມອບຂອງຂວັນແລ້ວ, ທ່ານ Abraham Deng, ການນຳຊຸມຊົນທ້ອງຖິ່ນ, ໄດ້ແບ່ງປັນວ່າ: “ສິ່ງທີ່ພວກຂ້າພະເຈົ້າຄິດເຖິງພວກເພື່ອນ, ບັນດານາຍທະຫານໝວກເບເລສີຟ້າຫວຽດນາມ, ນັ້ນແມ່ນວິທີທີ່ພວກເພື່ອນມາ - ດ້ວຍຄວາມເຄົາລົບນັບຖື ແລະຄວາມຈິງໃຈຢ່າງສູງ”.
ໃນສະພາບການທີ່ຊູດັງໃຕ້ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການຮັບຮູ້ນີ້ແມ່ນລາງວັນທາງດ້ານຈິດໃຈອັນລ້ຳຄ່າຕໍ່ກັບນາຍທະຫານ ຫວຽດນາມ ທຸກຄົນທີ່ພວມນັບມື້ນັບປະຕິບັດສໍາເລັດໜ້າທີ່ເພື່ອສັນຕິພາບໂລກ.
ກິດຈະກຳມະນຸດສະທຳເນື່ອງໃນໂອກາດວັນທີ 22 ທັນວາ ແມ່ນສ່ວນໜຶ່ງຂອງໜ້າທີ່ທີ່ກໍາລັງຫວຽດນາມ ພວມປະຕິບັດຢູ່ UNMISS. ແຕ່ແມ່ນການກະທຳເຫຼົ່ານີ້ຄື ການໂອ້ລົມກັບປະຊາຊົນ, ມອບຂອງຂວັນເລັກໆນ້ອຍໆ, ຫຼື ແນະນໍາວິທີການກັນຍຸງ... ທີ່ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄຸນສົມບັດສິນທໍາຂອງທະຫານຂອງລຸງໂຮ່ ແລະນາຍຕຳຫຼວດປະຊາຊົນ: ຍາມໃດກໍ່ສຸດອົກສຸດໃຈ, ເອື້ອເຟື້ອ, ມີຄວາມຮັບຜິດຊອບ ແລະພ້ອມທີ່ຈະແບ່ງປັນໃນທຸກສະຖານະການ.
ໂດຍ: ໄຊນີດາ