ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າສົມທົບກັບທາງໄກຢູ່ທີ່ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະບັນດາສະຖານທີ່ເຊື່ອມຕໍ່ໃນທົ່ວກອງທັບໂດຍພາຍໃຕ້ການເປັນປະທານຂອງທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມກອງປະຊຸມຍັງມີທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຫວູ. |
ກອງປະຊຸມໄດ້ຕີລາຄາວ່າ ໃນປີ 2025, ຄະນະພັກການການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ນຳພາຜັນຂະຫຍາຍປະຕິບັດວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ ຖືກຕາມແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ ແລະລັດ. ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຄົ້ນຄວ້າ, ຕີລາຄາ, ສະເໜີຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເປັນເສນາທິການໃຫ້ພັກ, ລັດ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການປະພຶດຂອງຫວຽດນາມ ໃນການພົວພັນສາກົນ. ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໂດຍສະເພາະແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະຄູ່ຮ່ວມມືສຳຄັນສືບຕໍ່ໄດ້ຮັບການປັບປຸງ, ຮັກສາສະພາບແວດລ້ອມສັນຕິພາບ ເພື່ອພັດທະນາປະເທດ, ຍາດແຍ່ງແຫຼ່ງກຳລັງຈາກພາຍນອກ ເພື່ອຍົກສູງກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ.
    |
 |
|
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມທີ່ກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ. ພາບ: ຮວ່າງຫວູ. |
ການທູດປ້ອງກັນຊາດຫຼາຍຝ່າຍ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງພາບພົດ, ຖານະທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນເວທີສາກົນ, ສົ່ງສານ, ຄຳໝັ້ນສັນຍາຢ່າງແຂງແຮງ ແລະຄວາມມານະພະຍາຍາມ, ຄວາມຮັບຜິດຊອບ ແລະການປະກອບສ່ວນຂອງຫວຽດນາມ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາແບບຍືນຍົງ. ວຽກງານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ ໄດ້ໃກ້ຊິດຕິດແທດກັບການນຳພາ, ຊີ້ນໍາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ, ຮັບປະກັນຖືກກັບຫຼັກການ, ທັດສະນະ, ແນວທາງ, ຖືກກັບການກໍານົດທິດ, ສ້າງກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ.
    |
 |
|
ກອງປະຊຸມ ໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ. ພາບ: ຮວ່າງຫວູ. |
ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ການປະກອບສ່ວນຂອງບັນດາອົງການ, ກົມກອງເຂົ້າໃນຜົນງານລວມຂອງວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ ໃນໄລຍະທີ່ຜ່ານມາ. ເພື່ອເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີວ່າ ໃນປີ 2026 ຕ້ອງມີຈິນຕະນາການໃໝ່ຂອງອາຍຸການໃໝ່ໃນສັງກາດໃໝ່ກ່ຽວກັບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ; ເອົາໃຈໃສ່ເຖິງການພັດທະນາກໍາລັງບົ່ມຊ້ອນດ້ານການທູດປ້ອງກັນຊາດ, ໃນນັ້ນ ຖືເປັນສໍາຄັນການກໍ່ສ້າງບັນດາອົງການ, ຖັນແຖວພະນັກງານສະເພາະກິດຕາມທິດເປັນມືອາຊີບ, ຍອດຢ້ຽມ, ທັນສະໄໝ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ຮຽກຮ້ອງສຸມໃສ່ປະຕິບັດວຽກງານກະກຽມເປັນຢ່າງດີໃຫ້ແກ່ບັນດາເຫດການພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສໍາຄັນ ເຊັ່ນ: ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ 3 ປະເທດ ຫວຽດນາມ - ລາວ - ຈີນ; ກອງປະຊຸມພົບປະປະຈຳປີລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ...
ໂດຍ: ໄຊຊະນະ