ກຳປັ່ນ 015 - ເຈິ່ນຮືງດ້າວ ເຂົ້າທຽບທ່າກໍາປັ່ນ Jinhae, ເລີ່ມຕົ້ນການຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອ ສ. ເກົາຫຼີ
ກປ.ອອນໄລ - ຕອນເຊົ້າວັນທີ 11 ທັນວາ, ກຳປັ່ນ 015 - ເຈິ່ນຮືງດ້າວ ຂຶ້ນກັບກອງພົນນ້ອຍ 162, ທະຫານເຮືອເຂດ 4 ໄດ້ເຂົ້າທຽບທ່າກໍາປັ່ນ Jinhae, ເລີ່ມຕົ້ນການຢ້ຽມຢາມ ສ. ເກົາຫຼີ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອຂອງສອງປະເທດ.
ພິທີຕ້ອນຮັບກຳປັ່ນ 015 - ເຈິ່ນຮືງດ້າວ ໄດ້ດໍາເນີນທີ່ທ່າກໍາປັ່ນໃນເວລາ 10 ໂມງ (ຕາມເວລາທ້ອງຖິ່ນ), ໂດຍມີການເຂົ້າຮ່ວມຂອງນາຍທະຫານ, ລູກເຮືອທະຫານເຮືອ ສ.ເກົາຫຼີ. ພັນເອກພິເສດ ເລຮຽບເລິມ ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ແລະບັນດາພະນັກງານຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈຳ ສ. ເກົາຫຼີ ກໍ່ໄດ້ເຂົ້າຮ່ວມພິທີຕ້ອນຮັບ.
    |
 |
|
ກໍາປັ່ນ 015 - ເຈິ່ນຮືງດ້າວ ກະກຽມເຂົ້າທຽບທ່າກໍາປັ່ນ Jinhae. ພາບ: qdnd.vn |
ນີ້ແມ່ນສະຖານທີ່ສຸດທ້າຍໃນການເດີນທາງຢ້ຽມຢາມປະເທດຈີນ, ຍີ່ປຸ່ນ, ແລະ ສ.ເກົາຫຼີ ຂອງກຳປັ່ນ 015 - ເຈິ່ນຮືງດ້າວ ພ້ອມດ້ວຍຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ນຳໂດຍ ພັນເອກພິເສດ ຫງວຽນວິ໊ງນາມ, ຮອງຜູ້ບັນຊາການທະຫານເຮືອເຂດ 4.
ບັນດາການເຄື່ອນໄຫວພົບປະແລກປ່ຽນໃນການຢ້ຽມຢາມ ສ. ເກົາຫຼີ ຄັ້ງນີ້ ຂອງກໍາປັ່ນ 015 - ເຈິ່ນຮືງດ້າວ ແມ່ນກາລະໂອກາດເພື່ອໃຫ້ນາຍທະຫານ, ລູກເຮືອຂອງສອງປະເທດໄດ້ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳຂອງຫວຽດນາມ ແລະ ສ. ເກົາຫຼີ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນການປັບປຸງ ແລະຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທະຫານເຮືອສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະຍືນຍົງ.
ກ່ອນໜ້ານີ້, ໃນເດືອນຕຸລາ 2018, ກໍາປັ່ນ 015 - ເຈິ່ນຮືງດ້າວ ໄດ້ເຂົ້າຮ່ວມພິທີສວນສະໜາມກໍາປັ່ນສາກົນຢູ່ ສ. ເກົາຫຼີ.
ໂດຍ: ຈາງຫງວຽນ