ໂຮງໝໍສະໜາມຂັ້ນ 2 ເລກ 7 ດຳເນີນການຝຶກຊ້ອມຮັບມືກັບການເກີດອຸບັດຕິເຫດບາດເຈັບເປັນຈຳນວນຫຼວງຫຼາຍ
ກປ.ອອນໄລ - ໂຮງໝໍສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ ຫາກໍ່ ໄດ້ເຂົ້າຮ່ວມການຝຶກຊ້ອມຮັບມືກັບກໍລະນີປິ່ນປົວຄົນເຈັບທີ່ໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ (MCI) ໂດຍອີງໃສ່ສະຖານະການທີ່ເປັນຈິງທີ່ໄດ້ຮັບການສ້າງໂດຍອົງການສາທາລະນະສຸກພາກພື້ນ ແລະຫົວໜ່ວຍບັນຊາສຸກເສີນຂອງຄະນະປະຕິບັດງານ ສະຫະປະຊາຊາດ ຢູ່ຊູດັງໃຕ້.
ການຝຶກຊ້ອມດັ່ງກ່າວເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃນການຮັບມືຢ່າງວ່ອງໄວໃນສະຖານະການ "ອຸບັດຕິເຫດ" ທີ່ມີຜູ້ບາດເຈັບເປັນຈຳນວນຫຼວງຫຼາຍທີ່ມີຄວາມຫຼາຍຮູບຫຼາຍແບບກ່ຽວກັບລະດັບ ແລະປະເພດຂອງການບາດເຈັບ.
    |
 |
|
ເຂົ້າຮ່ວມໃນການຝຶກຊ້ອມມີພາລະກອນສາທາລະນະສຸກຂອງບັນດາ ໂຮງໝໍ ຂັ້ນ 1 ຂອງຫົວໜ່ວຍເພື່ອນ. ພາບ: qdnd.vn |
ຕາມທ່ານພັນຕີ ເຈີ່ນດຶກຕ່າຍ, ຜູ້ອຳນວຍການໂຮງໝໍສະໜາມ ຂັ້ນ 2 ເລກ 7, ໝາກຜົນຂອງການຝຶກຊ້ອມໄດ້ສະແດງໃຫ້ເຫັນໂດຍກົງກ່ຽວກັບຄຸນນະພາບຂອງການຝຶກແອບກ່ອນການຜັນຂະຫຍາຍທີ່ກຳລັງຫວຽດນາມ ໄດ້ປະຕິບັດກ່ອນໄປເດີນທາງປະຕິບັດໜ້າທີ່ສາກົນ. ເນື້ອໃນການຝຶກຊ້ອມ MCI ສ່ວນໃຫຍ່ລ້ວນແຕ່ຖືກຕາມມາດຕະຖານພາຍໃນປະເທດຜ່ານແຜນການຝຶກອົບຮົມຂອງກົມຮັກສາສັນຕິພາບຫວຽດນາມ.
ໃນການຝຶກຊ້ອມຄັ້ງນີ້, ໂຮງໝໍສະໜາມ ຂັ້ນ 2 ເລກ 7 ຂອງຫວຽດນາມ ບໍ່ພຽງແຕ່ປະຕິບັດການດູແລສຸກເສີນຂັ້ນທີສອງເທົ່ານັ້ນ ຫາກຍັງໄດ້ຕີລາຄາວິຊາສະເພາະຂອງໂຮງໝໍ ຂັ້ນ 1, ເພື່ອແນໃສ່ໜູນຊ່ວຍສ້າງກໍາລັງຄວາມສາມາດດ້ານສາທາລະນະສຸກຫຼາຍປະເທດໃນຄະນະປະຕິບັດງານ ອີກດ້ວຍ. ບັນດາກົມກອງໄດ້ປະຕິບັດວຽກງານຄັດເລືອກ, ການພະຍາບານສຸກເສີນເບື້ອງຕົ້ນ ໂດຍບັນລຸອັດຕາຄວາມຖືກຕ້ອງ 8/10 ກໍລະນີ.
ໂຮງໝໍສະໜາມຂັ້ນ 2 ເລກ 7 ໄດ້ສະເໜີບາງເນື້ອໃນທີ່ຄວນປັບປຸງໃນການຝຶກແອບ. ບັນດາຂໍ້ແນະນຳເຫຼົ່ານີ້ຈະໄດ້ຮັບການລວບລວມ, ລາຍງານຕໍ່ອົງການສາທາລະນະສຸກພາກພື້ນ, ແລະໜູນຊ່ວຍໃຫ້ບັນດາໂຮງໝໍ ຂັ້ນ 1 ໃນການສ້າງໂຄງການຝຶກອົບຮົມພາຍໃນກ່ຽວກັບ START-SORT ໃນໄລຍະຈະມາເຖິງ.
ການຝຶກຊ້ອມ MCI ແມ່ນເນື້ອໃນການຝຶກອົບຮົມທີ່ສຳຄັນສຳລັບກຳລັງຮັກສາສັນຕິພາບ, ຊ່ວຍຍົກສູງຄວາມສາມາດໃນການບັນຊາ ແລະບໍລິຫານໃນຂອບຫຼາຍປະເທດ, ຫັນຂັ້ນຕອນການພະຍາບານສຸກເສີນພາກສະໜາມເປັນມາດຕະຖານ, ຢືນຢັນບົດບາດຂອງໂຮງໝໍສະໜາມ ຂັ້ນ 2 ເລກ 7 ໃນການຮັບປະກັນສາທາລະນະສຸດລະດັບສູງຂອງຄະນະປະຕິບັດງານ.
ການຝຶກຊ້ອມດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການປັບປຸງກໍາລັງຄວາມສາມາດດ້ານວິຊາສະເພາະ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ຄວາມຮັບຜິດຊອບ ແລະຈິດໃຈການຮ່ວມມືລະຫວ່າງຫົວໜ່ວຍສາທາລະນະສຸກຢູ່ Bentiu, ສ້າງພື້ນຖານທີ່ສຳຄັນສຳລັບການປົກປັກຮັກສາສຸຂະພາບຂອງກອງກຳລັງຮັກສາສັນຕິພາບ ແລະຊຸມຊົນທ້ອງຖິ່ນ.
ໂດຍ: ຈາງຫງວຽນ