leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ໜ່ວຍຊຸມຊົນ ດົງ. ພາບ: ຫວູຢຸຍ.

ກ່າວຄຳເຫັນທີ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ໜ່ວຍຊຸມຊົນ ດົງ, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອພ້ອມກັບຄະນະປະຕິບັດງານ ເຂົ້າຮ່ວມວັນບຸນ ແລະສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນທຸກຖ້ວນໜ້າ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ເຂົ້າຮ່ວມວັນບຸນ. ພາບ: ຫວູຢຸຍ.

ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງ ລິງເຊີນ ໃນການປະຕິບັດຂະບວນການແຂ່ງຂັນຮັກຊາດ, ພິເສດແມ່ນບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ປະກອບສ່ວນຢ່າງແທດຈິງເຂົ້າໃນການກໍ່ສ້າງແຂວງຖ໋າຍງວຽນ ໃຫ້ນັບມື້ນັບພັດທະນາ, ຮັ່ງມີສວຍງາມ, ສີວິໄລ; ພ້ອມທັງສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນທ້ອງຖິ່ນ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ຊາບຊຶມທັດສະນະຂອງພັກ ກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເລິກເຊິ່ງ. ເອົາໃຈໃສ່ກວ່າອີກເຖິງວຽກງານສະຫວັດດີການສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນບັນດາຄອບຄົວທີ່ຍັງປະສົບຄວາມຫຍຸ້ງຍາກ, ເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ວັນບຸນ. ພາບ: ຫວູຢຸຍ.

ກ່າວຄຳເຫັນທີ່ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ໜ່ວຍຊຸມຊົນ ໝໍ້ດາ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ປີນີ້ວັນບຸນໄດ້ດຳເນີນໄປດ້ວຍບັນຍາກາດທີ່ພິເສດເມື່ອແຂວງຖ໋າຍງວຽນ ແລະແຂວງບັກກ້ານ ໄດ້ໂຮມເຂົ້າກັນ, ເປີດໄລຍະທາງພັດທະນາໃໝ່, ເຕົ້າໂຮມກຳລັງແຮງ, ສີສັນວັດທະນະທຳ, ຈິດໃຈປະຕິວັດ ແລະຄວາມມຸ່ງມາດປາດຖະໜາຢາກບືນຕົວຂຶ້ນຂອງສອງຜືນແຜ່ນດິນວິລະຊົນ.

ທ່ານພົນເອກ ຟານວັນຢາງ ຫວັງວ່າ ປະຊາຊົນໜ່ວຍຊຸມຊົນ ໝໍ້ດາ ທຸກຖ້ວນໜ້າ ຈະຮັກສາຄວາມສາມັກຄີ, ເສີມຂະຫຍາຍມູນເຊື້ອປະຕິວັດ, ພ້ອມກັນກໍ່ສ້າງຊີວິດການເປັນຢູ່ຢ່າງສະຫງົບສຸກ ແລະມີຄວາມຜາສຸກ; ສືບຕໍ່ຮ່ວມເດີນທາງພ້ອມກັບຄະນະພັກ, ອໍານາດການປົກຄອງ, ແບ່ງປັນ, ປະກອບຄຳຄິດຄຳເຫັນເພື່ອໃຫ້ວຽກງານນຳພາ, ບໍລິຫານນັບມື້ນັບໃກ້ຊິດຕິດແທດກັບສະພາບຕົວຈິງ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ; ກໍ່ສ້າງໜ່ວຍຊຸມຊົນໃຫ້ນັບມື້ນັບຮັ່ງມີສວຍງາມ, ສົມເປັນເຂດຊຸມຊົນຕົວແບບ, ແມ່ນຄວາມພາກພູມໃຈຂອງຕາແສງລິງເຊີນ, ຂອງແຂວງ ຖ໋າຍງວຽນ ວິລະຊົນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະຄະນະປະຕິບັດງານ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນ. ພາບ: ຫວູຢຸຍ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນໃຫ້ໜ່ວຍຊຸມຊົນດົງ, ໜ່ວຍຊຸມຊົນ ໝໍ້ດາ ແລະຕາແສງລິງເຊີນ; ມອບຂອງຂວັນ 200 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກ, ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸນໍ້າຖ້ວມຢູ່ບໍລິເວນຕາແສງລິງເຊີນ. ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບຂອງຂວັນໃຫ້ໜ່ວຍຊຸມຊົນດົງ ແລະຄອບຄົວດີເດັ່ນຢູ່ເຂດຊຸມຊົນ. ທະຫານເຂດ 1, ກອງບັນຊາການ 86, ແຂວງ ຖ໋າຍງວຽນ ໄດ້ມອບຂອງຂວັນໃຫ້ກົມກອງລວມໝູ່, ຄອບຄົວ, ບຸກຄົນໃນໜ່ວຍຊຸມຊົນ ດົງ ແລະໜ່ວຍຊຸມຊົນ ໝໍ້ດາ. 

ໂດຍ: ໄຊຊະນະ