ອົດສະຕາລີ ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍຫວຽດນາມ ໃນຂົງເຂດແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ
ກປ.ອອນໄລ - ວັນທີ 18 ພະຈິກ, ທີ່ຮ່າໂນ້ຍ, ທ່ານພັນເອກພິເສດ ນາງ ຫງວຽນທິທູຮ່ຽນ, ຫົວໜ້າຫ້ອງການແມ່ຍິງກອງທັບ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ແລະທ່ານພັນເອກ ນາງ Karen Such, ຜູ້ອຳນວຍການໂຄງການແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ກະຊວງປ້ອງກັນປະເທດອົດສະຕາລີ ໄດ້ເປັນປະທານຮ່ວມການແລກປ່ຽນບົດຮຽນໃນການຜັນຂະຫຍາຍໂຄງການກະທໍາແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.
ທ່ານພັນເອກພິເສດ ນາງ ຫງວຽນທິທູຮ່ຽນ ໃຫ້ຮູ້ວ່າ ໃນເດືອນສິງຫາ 2024, ຫວຽດນາມ ໄດ້ປະກາດຢ່າງເປັນທາງການກ່ຽວກັບໂຄງການກະທໍາແຫ່ງຊາດຄັ້ງທຳອິດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ ໄລຍະ 2024-2030, ເຊິ່ງເປັນຂີດໝາຍປະຫວັດສາດໃນຄຳໝັ້ນສັນຍາຂອງຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດສັນຕິພາບ ແລະຄວາມໝັ້ນຄົງ. ກ່ຽວກັບການຫັນໂຄງການກະທໍາແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງໃນກະຊວງປ້ອງກັນປະເທດເປັນລະອຽດ, ນັບແຕ່ເດືອນມັງກອນ 2018, ຫວຽດນາມ ໄດ້ຈັດສົ່ງນາຍທະຫານຍິງຄົນທຳອິດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຕາມຮູບການສ່ວນຄົນໃນຖານະເປັນນາຍທະຫານເສນາທິການສູ້ຮົບໃນຄະນະປະຕິບັດງານຢູ່ຊູດັງໃຕ້ ຢ່າງສຳເລັດຜົນ.
ມາຮອດປະຈຸບັນ, ຈຳນວນທະຫານຍິງກວມເອົາປະມານ 16% ຂອງຈຳນວນທະຫານຫວຽດນາມທັງໝົດທີ່ເຂົ້າຮ່ວມໃນກຳລັງຮັກສາສັນຕິພາບຂອງ ສປຊ, ໃນນັ້ນ ນາຍທະຫານຍິງທີ່ເຂົ້າຮ່ວມຕາມຮູບການສ່ວນຄົນ ບັນລຸ 19% ແລະໄດ້ຮັບການຕີລາຄາສູງຈາກ ສປຊ ວ່າໄດ້ປະຕິບັດໜ້າທີ່ເປັນຢ່າງດີ ແລະດີເລີດຫຼັງຈາກສິ້ນສຸດອາຍຸການປະຕິບັດງານ.
    |
 |
|
ບັນຍາກາດທີ່ການແລກປ່ຽນບົດຮຽນ. ພາບ: qdnd.vn |
ສ່ວນທ່ານພັນເອກ ນາງ Karen Such ໄດ້ຊົມເຊີຍບັນດາຜົນງານຂອງຫວຽດນາມ ໃນຂົງເຂດແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ໃນນັ້ນ ມີການເພີ່ມລະດັບກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ. ທ່ານພັນເອກ ນາງ Karen Such ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງອົດສະຕາລີ ວ່າຈະໜູນຊ່ວຍຫວຽດນາມ ໃນຂົງເຂດແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ.
ໂດຍ: ຈາງຫງວຽນ