leftcenterrightdel
ບັນດາກໍາລັງເກັບມ້ຽນຕົ້ນໄມ້ລົ້ມຍ້ອນຝົນຕົກໜັກ. ພາບ: qdnd.vn

ຄ້າຍທະຫານຊາຍແດນໄດ້ລະດົມພະນັກງານ, ນັກຮົບປ້ອມຄວບຄຸມຊາຍແດນຮ່ອນເຣີ໊ ເຄື່ອນທີ່ນໍາສອງຄອບຄົວ (ປະຊາຊົນ 7 ຄົນ) ໄປຍັງເຂດປອດໄພຢ່າງທັນການ. ພະນັກງານ, ນັກຮົບກໍ່ຕັ້ງໜ້າປຸກລະດົມ, ໜູນຊ່ວຍ 10 ຄອບຄົວ (ປະຊາຊົນ 35 ຄົນ) ພວມດໍາລົງຊີວິດທີ່ເຂດອັນຕະລາຍຈັດຕັ້ງການຍົກຍ້າຍຢ່າງຮີບດ່ວນ. ແນະນໍາປະຊາຊົນໄປຍັງເຮືອນພີ່ນ້ອງ ແລະຫໍວັດທະນະທໍາບ້ານແທ່ງດາດ, ຕາແສງຍາຈາງໃຕ້.

ກໍ່ໃນຈຸດເວລານີ້, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນຍາຈາງ ສົມທົບກັບກໍາລັງທະຫານລາດ, ໜ່ວຍປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ (ຕາແສງຍາຈາງໃຕ້) ລ້າງຄອງເໝືອງ, ຕະຄອງລະບາຍນ້ໍາ, ຈໍາກັດຄວາມສ່ຽງຈາກນໍ້າຖ້ວມ, ດິນເຊາະເຈື່ອນໃຫ້ນ້ອຍທີ່ສຸດ.

ໂດຍ: ໄຊນີດາ