ທ່ານພົນເອກ ຫງວຽນຈ້ອງເຫງຍ ໄດ້ຮັບຮູ້, ຕີລາຄາສູງຕໍ່ທີ່ຕັ້ງຂອງໜັງສືພິມກອງທັບປະຊາຊົນໃນພື້ນຖານສື່ມວນຊົນປະຕິວັດຫວຽດນາມ ກໍ່ຄືທີ່ຕັ້ງ, ບົດບາດທີ່ສຳຄັນຂອງຄະນະຜູ້ຕາງໜ້າໜັງສືພິມຢູ່ນະຄອນໂຮ່ຈີມິນ. ຈາກມູນເຊື້ອ ແລະບັນດາໝາກຜົນທີ່ບັນລຸໄດ້, ທ່ານພົນເອກ ຫງວຽນຈ້ອງເຫງຍ ເຊື່ອໝັ້ນວ່າ ໜັງສືພິມກອງທັບປະຊາຊົນ ແລະຄະນະຜູ້ຕາງໜ້າໜັງສືພິມຢູ່ນະຄອນໂຮ່ຈີມິນ ຈະນັບມື້ນັບພັດທະນາ, ຮັກສາສີສັນຂອງໜັງສືພິມນັກຮົບໃນໄລຍະໃໝ່.

leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງຍ ໄປຢ້ຽມຢາມ, ເຮັດວຽກຢູ່ຄະນະຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນ ທີ່ນະຄອນໂຮ່ຈີມິນ. ພາບ: qdnd.vn

ທ່ານພົນເອກ ຫງວຽນຈ້ອງເຫງຍ ໄດ້ລະດົມກໍາລັງໃຈ, ຕັກເຕືອນໃຫ້ພະນັກງານ, ນັກຂ່າວ ຍາມໃດກໍ່ມີຄວາມໝັ້ນຄົງດ້ານແນວຄິດການເມືອງ, ມີຄວາມຊຳນານໃນທັກສະວິຊາຊີບ, ເປັນເຈົ້າຂອງດ້ານເຕັກໂນໂລຢີທີ່ທັນສະໄໝ, ຍົກສູງຄຸນນະພາບບົດຂ່າວ, ຕອບສະໜອງຄວາມຕ້ອງການ, ໜ້າທີ່ໂຄສະນາໃນສະພາບການໃໝ່, ປະກອບສ່ວນເຂົ້າໃນການກໍ່ສ້າງໜັງສືພິມກອງທັບປະຊາຊົນນັບມື້ນັບພັດທະນາ, ຮັກສາຄວາມເຊື່ອໝັ້ນ, ຄວາມຄາດຫວັງຂອງພັກ, ລັດ, ກອງທັບ ແລະປະຊາຊົນ...

ຕອນບ່າຍວັນດຽວກັນ, ທ່ານພົນເອກ ຫງວຽນຈ້ອງເຫງຍ ແລະຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການ, ກົມກອງ ຂຶ້ນກັບກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ທີ່ນະຄອນໂຮ່ຈີມິນ, ລວມມີ: ຄະນະຜູ້ຕາງໜ້າສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ, ຄະນະຜູ້ຕາງໜ້າສຳນັກພິມຈຳໜ່າຍກອງທັບປະຊາຊົນ, ຄະນະຜູ້ຕາງໜ້າວາລະສານປ້ອງກັນຊາດທົ່ວປວງຊົນ...

ໂດຍ: ຈາງຫງວຽນ