ກອງປະຊຸມຕີລາຄາວ່າ ໜຶ່ງເດືອນຜ່ານມາ, ຕໍາຫຼວດທະເລຫວຽດນາມ ໄດ້ຊາບຊຶມບັນດາຄໍາສັ່ງ, ໂທລະເລກທາງການ, ເອກະສານຊີ້ນໍາຂອງຄະນະເລຂາທິການ, ລັດຖະບານ, ນາຍົກລັດຖະມົນຕີ, ການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ຢ່າງເຂັ້ມງວດ; ສົມທົບຢ່າງແໜ້າແຟ້ນກັບບັນດາກໍາລັງປະສົມປະສານ, ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານບັນດາມາດຕະການຕາມການຊີ້ນໍາກ່ຽວກັບການຕ້ານການຫາປາ IUU...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ທ່ານພົນຕີ ເລກວາງດ້າວ ໄດ້ຍ້ອງຍໍຊົມເຊີຍໝາກຜົນທີ່ກໍາລັງຕໍາຫຼວດທະເລບັນລຸໄດ້ໃນໜ້າທີ່ຕ້ານ IUU, ພິເສດໃນເດືອນຈຸດສູງທີ່ຜ່ານມາ; ຮຽກຮ້ອງໃຫ້ຕໍາຫຼວດທະເລຫວຽດນາມ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາທ້ອງຖິ່ນແຄມຝັ່ງທະເລ, ຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດມາດຕະການເພື່ອຕ້ານ IUU, ມີມາດຕະການປະສົມປະສານຢ່າງແໜ້ນແຟ້ນ, ຍູ້ແຮງມາດຕະການຈາກວຽກງານຂົນຂວາຍ, ໂຄສະນາ, ການລາດຕະເວນຄວບຄຸມ, ປະຕິບັດກົດໝາຍ ແລະແກ້ໄຂການລະເມີດຢ່າງເຂັ້ມງວດ. ທ່ານພົນຕີ ເລກວາງດ້າວ ກໍ່ຮຽກຮ້ອງຕໍາຫຼວດທະເລຫວຽດນາມ ສົມທົບກັບກໍາລັງທີ່ກ່ຽວຂ້ອງ ສືບຕໍ່ເປັນເສນາທິການ, ສະເໜີກະຊວງປ້ອງກັນປະເທດ ເພີ່ມທະວີກໍາລັງ, ຄວບຄຸມ, ຄົ້ນພົບ ແລະສະກັດກັ້ນແຕ່ຫົວທີ, ແຕ່ໄກເຮືອຫາປາທີ່ລະເມີດ IUU; ພ້ອມທັງສືບຕໍ່ເພີ່ມທະວີມາດຕະການໜູນຊ່ວຍ ແລະປົກປ້ອງຊາວປະມົງເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ; ຍູ້ແຮງການເຄື່ອນໄຫວຮ່ວມມືສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ເພື່ອໃຫ້ບັນດາປະເທດສະໜັບສະໜູນຄວາມຕັດສິນໃຈໃນການຍົກເລີກ “ບັດເຫຼືອງ” ສິນ​ໃນ​ນ້ຳຂອງຫວຽດນາມ; ເຂົ້າຮ່ວມກວດກາຄືນ, ສະເໜີເພີ່ມເຕີມ, ປັບປຸງມະຕິຂອງລັດຖະບານກ່ຽວກັບຂໍ້​ກຳນົດການປັບໄໝໃນຂົງເຂດສິນ​ໃນ​ນ້ຳ; ຍູ້ແຮງການນໍາໃຊ້ເຕັກໂນໂລຢີເຂົ້າໃນວຽກງານການຄຸ້ມຄອງ, ຕິດຕາມກວດກາ, ຕິດຕາມເຮືອຫາປາເພື່ອບັນລຸໄດ້ປະສິດທິຜົນຍາວນານ...

ໂດຍ: ໄຊນີດາ