ໃນການໄປປະຕິບັດງານ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ໄປຢ້ຽມຢາມ, ກວດກາຢູ່ກອງບັນຊາການທະຫານປ້ອງກັນເຂດ 1-ລອງທ້ວນ (ກອງບັນຊາການທະຫານແຂວງດົງທາບ). ກ່າວຄໍາເຫັນຊີ້ນໍາ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ກົມກອງສືບຕໍ່ຊາບຊຶມ, ປະຕິບັດບັນດາມະຕິ, ຄໍາສັ່ງ, ຊີ້ນໍາຊອງຂັ້ນເທິງຢ່າງເຂັ້ວງວດ. ພ້ອມທັງ, ສືບຕໍ່ຄົ້ນຄວ້າ, ເປັນເສນາທິການໃຫ້ຂັ້ນເທິງ ປັບປຸງກົນໄກເຮັດວຽກໃຫ້ສົມບູນແບບ, ຮັບປະກັນປະຕິບັດວຽກງານການທະຫານ, ການປ້ອງກັນຊາດທ້ອງຖິ່ນໃນທຸກສະຖານະການຢ່າງມີປະສິດທິຜົນ.
ຕໍ່ຈາກນັ້ນ, ຄະນະ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນຢູ່ໂຮງຮຽນປະຖົມ ຫງວຽນທິໂຕດ (ຕາແສງ ວິ້ງຫືວ, ແຂວງດົງທາບ) ເນື່ອງໃນໂອກາດ ວັນຄູຫວຽດນາມ (20 ພະຈິກ). ໂຮງຮຽນປະຖົມທີ່ມີຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ ຍິງ ຫງວຽນທິໂຕດ ເຊິ່ງໄດ້ເປີດນໍາໃຊ້ຝນວັນທີ 4 ກັນຍາ 2025, ມີເນື້ອທີ່ທັງໝົດປະມານ 1,2 ເຮັກຕາ.
    |
 |
|
ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ພ້ອມດ້ວຍບັນດາຜູ້ແທນກັບເອື້ອຍຄູ ແລະລູກສິດໂຮງຮຽນປະຖົມ ຫງວຽນທິໂຕດ. ພາບ: ເລືອງແອງ |
ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ສະແດງຄວາມປິຕິຊົມຊື່ນເມື່ອຄູສອນ, ນັກຮຽນໂຮງຮຽນ ມີສະຖານທີ່ສອນ ແລະຮຽນທີ່ທັນສະໄໝ, ປອດໄພ, ມີຄຸນນະພາບ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ ກົມໃຫຍ່ການເມືອງ ຫາກໍ່ປະກາດໃຊ້ມະຕິເລກທີ 71-NQ/TW ວ່າດ້ວຍການພັດທະນາການສຶກສາ ແລະບໍາລຸງສ້າງ, ໃນນັ້ນ ກໍານົດການສຶກສາບໍ່ພຽງແຕ່ຮັກສາບົດບາດ “ລັດຖະໂຍບາຍແຖວໜ້າ” ເທົ່ານັ້ນ ຫາກຍັງ “ຕັດສິນອະນາຄົດຂອງຊາດ” ອີກດ້ວຍ. ຍ້ອນເຫດນັ້ນ, ບົດບາດຂອງຄູສອນ ແມ່ນສໍາຄັນທີ່ສຸດ.
ກໍໃນການໄປປະຕິບັດງານ, ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ທ່ານພົນເອກ ເລວັນຢຸງ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທີ່ເຮືອນສ່ວນຕົວຢູ່ຕາແສງ ຟູ໋ຕຸກ, ແຂວງວິງລອງ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການອຸທິດສ່ວນຂອງທ່ານພົນເອກ ເລວັນຢຸງ ຕໍ່ພາລະກິດປະຕິວັດຂອງຊາດ ແລະການກໍ່ສ້າງກອງທັບ; ອວຍພອນໃຫ້ທ່ານພົນເອກ ເລວັນຢຸງ ແລະຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະສືບຕໍ່ແບ່ງປັນປະສົບການ, ປະກອບສ່ວນຊ່ວຍກົມໃຫຍ່ການເມືອງ ປະຕິບັດສຳເລັດໜ້າທີ່ທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.
ການຢ້ຽມຢາມ, ເຮັດວຽກ ແລະມອບຂອງຂວັນຕອບບຸນແທນຄຸນຂອງທ່ານພົນເອກ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານ ດໍາເນີນໃນບັນຍາກາດທີ່ທົ່ວປະເທດຈັດຕ້ັງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ, ສະແດງໃຫ້ເຫັນຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, “ຕອບບຸນແທນຄຸນ” ຢ່າງແທດຈິງ.
ໂດຍ: ໄຊນີດາ