ທີ່ການພົບປະ, ທ່ານພົນຕີ Ibrahim Nasser Al-Alawi ໄດ້ຂອບໃຈຢ່າງຈິງໃຈມາຍັງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມງານວາງສະແດງການບິນສາກົນ Dubai 2025 ແລະກອງປະຊຸມຜູ້ບັນຊາການທະຫານອາກາດສາກົນ (DIACC) 2025, ໂດຍເນັ້ນໜັກວ່ານີ້ແມ່ນໂອກາດ ເພື່ອໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ ແລະຊຸກຍູ້ການຮ່ວມມື.

ທ່ານພົນໂທ ຮວ່າງຊວນຈຽນ ໄດ້ຊົມເຊີຍກະຊວງປ້ອງກັນປະເທດ UAE ທີ່ໄດ້ຈັດຕັ້ງສໍາເລັດງານວາງສະແດງການບິນສາກົນ Dubai 2025 ແລະກອງປະຊຸມ DIACC 2025; ຢືນຢັນວ່າ ເຫດການເຫຼົ່ານີ້ສືບຕໍ່ຢືນຢັນທີ່ຕັ້ງຂອງ UAE ໃນຖານະແມ່ນໜຶ່ງໃນບັນດາສູນການບິນ-ອຸດສາຫະກໍາປ້ອງກັນຊາດແຖວໜ້າຢູ່ພາກພື້ນ ແລະໃນໂລກ, ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດ, ຄວາມສາມາດຈັດຕັ້ງເປັນມືອາຊີບ ແລະອິດທິພົນຊື່ສຽງສາກົນຂອງ UAE.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ພົບປະກັບທ່ານພົນຕີ Ibrahim Nasser Al-Alawi ຮອງລັດຖະມົນຕີກະຊວງປ້ອງກັນປະເທດ UAE. ພາບ: ກ່ຽວຈິງ

ທ່ານພົນໂທ ຮວ່າງຊວນຈຽນ ສະເໜີໃຫ້ສອງຝ່າຍເພີ່ມທະວີການປຶກສາຫາລືດ້ານປ້ອງກັນຊາດ, ຈັດຕັ້ງການປຶກສາຫາລືນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຊຸກຍູ້ການລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືອຸດສາຫະກຳປ້ອງກັນຊາດ; ເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ໃນນັ້ນ ມີການຮ່ວມມືລະຫວ່າງກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກຸ່ມບໍລິສັດ Viettel ກັບກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດຂະໜາດໃຫຍ່ຂອງ UAE; ພ້ອມທັງ, ສະເໜີໃຫ້ກະຊວງປ້ອງກັນປະເທດ UAE ເອົາໃຈໃສ່ຊຸກຍູ້ການສ້າງຕັ້ງຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ຢູ່ UAE.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເຊື້ອເຊີນທ່ານພົນຕີ Ibrahim Nasser Al-Alawi ແລະຮອງລັດຖະມົນຕີກະຊວງປ້ອງກັນປະເທດ UAE ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍປີ 2026 ທີ່ຮ່າໂນ້ຍ.

ທ່ານພົນຕີ Ibrahim Nasser Al-Alawi ໄດ້ຮັບຮູ້ເນື້ອໃນທີ່ທ່ານພົນໂທ ຮວ່າງຊວນຈຽນ ໄດ້ກ່າວມາຂ້າງເຖິງ ແລະໃຫ້ຮູ້ວ່າຈະຕັ້ງໜ້າຊຸກຍູ້ ແລະຫັນບັນດາເນື້ອໃນທີ່ສອງຝ່າຍໄດ້ປຶກສາຫາລືເປັນລະອຽດ.

ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຟ້າຊາຍ UAE Sheikh Hamdan bin Mohammed bin Rashid Al Maktoum ເນື່ອງໃນໂອກາດທີ່ຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມງານວາງສະແດງການບິນສາກົນ Dubai 2025 ທີ່ UAE.

ໂດຍ: ໄຊນີດາ