ພິທີຕ້ອນຮັບກຳປັ່ນທະຫານເຮືອຝຣັ່ງ ທີ່ທ່າກໍາປັ່ນ ຕຽນຊາ ໄດ້ຮັບການເປັນປະທານໂດຍການນໍາຂອງພະແນກການຕ່າງປະເທດນະຄອນ ດ່ານັ້ງ. ເຂົ້າຮ່ວມພິທີຕ້ອນຮັບມີຜູ້ຕາງໜ້າການນໍາກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ກອງບັນຊາການທະຫານເຂດ 5, ກອງບັນຊາການທະຫານເຮືອເຂດ 3, ກອງບັນຊາການຕໍາຫຼວດທະເລເຂດ 2, ກອງບັນຊາການທະຫານນະຄອນ ດ່ານັ້ງ, ກອງບັນຊາການທະຫານຊາຍແດນນະຄອນ ດ່ານັ້ງ. ຝ່າຍຝຣັ່ງ ມີຜູ້ອຸປະທູດຊົ່ວຄາວສະຖານທູດຝຣັ່ງ ແລະສະຖານກົງສຸນໃຫຍ່ຝຣັ່ງ ປະຈຳນະຄອນໂຮ່ຈີມິນ.

leftcenterrightdel
ພິທີຕ້ອນຮັບກໍາປັ່ນທະຫານເຮືອຝຣັ່ງ ທີ່ທ່າກໍາປັ່ນຕຽນຊາ. ພາບ: qdnd.vn

ໃນເວລາຢູ່ນະຄອນ ດ່ານັ້ງ, ກຸ່ມນາຍທະຫານທີ່ບັນຊາກໍາປັ່ນ Prairial ຈະເຂົ້າຢ້ຽມຄຳນັບການນໍານະຄອນ, ທະຫານເຂດ 5 ແລະທະຫານເຮືອເຂດ 3. ນາຍທະຫານ ແລະລູກເຮືອຂອງກໍາປັ່ນຈະເຂົ້າຮ່ວມການແລກປ່ຽນວິຊາສະເພາະ, ແຂ່ງຂັນກິລາກັບກໍາລັງທະຫານເຮືອ ແລະຕໍາຫຼວດທະເລຫວຽດນາມ; ຢ້ຽມຢາມບັນດາປູສະນີຍະສະຖານວັດທະນະທໍາ, ປະຫວັດສາດຂອງທ້ອງຖິ່ນ.

ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນເຂົ້າໃນການປັບປຸງການຮ່ວມມືທະຫານເຮືອ, ຮັກສາການເຈລະຈາ ແລະປະຕິບັດບັນດາເນື້ອໃນທາງທະເລ. ການແລກປ່ຽນໂດຍກົງລະຫວ່າງນາຍທະຫານ, ລູກເຮືອຂອງສອງປະເທດຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະໜູນຊ່ວຍສະພາບແວດລ້ອມການເດີນທະເລໃຫ້ສັນຕິພາບ, ສະຖຽນລະພາບ, ໝັ້ນຄົງ, ປອດໄພໃນພາກພື້ນ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາຮູບພາບຂອງນະຄອນ ດ່ານັ້ງ ໃຫ້ເພື່ອນມິດສາກົນ, ສ້າງເງື່ອນໄຂເພື່ອເປີດກວ້າງການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືໃນຫຼາຍຂົງເຂດອື່ນໆ.

ໂດຍ: ຈາງຫງວຽນ