ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ. ພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດທີ່ດ່ານຊາຍແດນສາກົນ Bavet, ພາຍໃຕ້ການເປັນປະທານຂອງທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha. ພາບ: ຊວນເກື່ອງ

ຫຼັງຈາກພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ໄດ້ດໍາເນີນພິທີເຄົາລົບ, ທາສີຫຼັກໝາຍຊາຍແດນອະທິປະໄຕ, ປູກຕົ້ນໄມ້ມິດຕະພາບ, ເປັນສັກຂີພະຍານການລາດຕະເວນລວມຂອງກຳລັງປົກປັກຮັກສາຊາຍແດນຂອງສອງປະເທດຢູ່ເຂດດ່ານຊາຍແດນ Bavet; ເຂົ້າຮ່ວມພິທີເລີ່ມກໍ່ສ້າງກິດຈະການມິດຕະພາບໂຮງຮຽນປະຖົມ Sang Sovan ຢູ່ເມືອງ Svay Teap, ແຂວງ Svay Rieng ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງປ້ອງກັນປະເທດຫວຽດນາມ; ຢ້ຽມຢາມສຳນັກງານຂອງກອງບັນຊາການສາລະວັດທະຫານແຂວງ Svay Rieng.

ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະແທດຈິງຫຼາຍຢ່າງ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ໄດ້ສິ້ນສຸດລົງຢ່າງຈົບງາມໃນຕອນບ່າຍວັນທີ 14 ພະຈິກ.

ຜົນສໍາເລັດຂອງງານພົບປະແລກປ່ຽນສືບຕໍ່ພິສູດໃຫ້ເຫັນຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ດີງາມລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ, ປະກອບສ່ວນໂດຍກົງເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດ, ຮ່ວມແຮງຮ່ວມໃຈເພື່ອສ້າງເສັ້ນຊາຍແດນ ຫວຽດນາມ-ກຳປູເຈຍ ທີ່ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ຈາງຫງວຽນ