ຕາມນັ້ນແລ້ວ, ປະຕິບັດຕາມໂທລະເລກທາງການ ສະບັບເລກທີ  214/CĐ-TTg ວັນທີ 12 ພະຈິກ 2025 ຂອງທ່ານນາຍົກລັດຖະມົນຕີກ່ຽວກັບການສະຖິຕິ, ປະເມີນຄວາມເສຍຫາຍ ແລະສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມຢູ່ພາກກາງໂດຍໄວ, ກະຊວງປ້ອງກັນປະເທດ ຮຽກຮ້ອງ: ບັນດາອົງການ, ກົມກອງສືບຕໍ່ຊາບຊຶມ, ຜັນຂະຫຍາຍການປະຕິບັດໂທລະເລກທາງການຂອງລັດຖະບານ, ນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມຢູ່ພາກກາງຢ່າງເຂັ້ມງວດ; ລະດົມກຳລັງ, ພາຫະນະເຂົ້າຮ່ວມພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມ, ດິນເຊາະເຈື່ອນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ; ກວດກາຄືນ, ສະຖິຕິ ແລະລາຍງານຄວາມເສຍຫາຍຕາມຂໍ້ກຳນົດ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງກວ໋າງຫງາຍ ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ພາບ: qdnd.vn

ກົມໃຫຍ່ພະລາທິການ-ເຕັກນິກ ຕາມພາລະບົດບາດ, ໜ້າທີ່ເປັນເຈົ້າການສົມທົບກັບອົງການທີ່ກ່ຽວຂ້ອງ, ຂົນສົ່ງອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນເພື່ອຊ່ວຍເຫຼືອບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມຢ່າງທັນການ; ຊີ້ນຳກົມເສນາຮັກເຂົ້າຮ່ວມການອະນາໄມ, ກັນໂລກລະບາດ, ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ.

ທະຫານເຂດ 4, ທະຫານເຂດ 5 ຊີ້ນຳກອງບັນຊາການທະຫານບັນດາແຂວງ, ນະຄອນ, ກົມກອງສືບຕໍ່ລະດົມກຳລັງ, ພາຫະນະຜັນຂະຫຍາຍມາດຕະການຢ່າງຄົບຊຸດ ດ້ວຍຈິດໃຈຮີບດ່ວນທີ່ສຸດ, ຂ້ຽວຂາດທີ່ສຸດ, ຊ່ວຍທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນໍ້າຖ້ວມໂດຍໄວ; ສຸມໃສ່ຟື້ນຟູກິດຈະກໍາພື້ນຖານໂຄງລ່າງທີ່ຈຳເປັນໃນທັນທີ, ກ່ອນອື່ນໝົດແມ່ນຮາກຖານການສຶກສາ, ສາທາລະນະສຸກ, ເຮືອນຢູ່, ກິດຈະກໍາຄົມມະນາຄົມ... ເມື່ອມີຄໍາສະເໜີຂອງທ້ອງຖິ່ນ.

ບັນດາກົມກອງ ຂຶ້ນກັບເຫຼົ່າທັບເຮືອ, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ທະຫານຊາຍແດນ, ຕໍາຫຼວດທະເລຫວຽດນາມ, ກອງພົນໃຫຍ່ 34, ກອງບັນຊາການປືນໃຫຍ່-ລູກສອນໄຟ ແລະບັນດາແມ່ທັບນ້ອຍ, ເຫຼົ່າຮົບເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ທີ່ຕັ້ງທັບເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ; ຜັນຂະຫຍາຍມາດຕະການປ້ອງກັນໂລກລະບາດຢ່າງຄົບຊຸດ, ຮັບປະກັນອະນາໄມສິ່ງແວດລ້ອມ, ສຸຂະພາບໃຫ້ທະຫານ; ໂຄສະນາ, ແນະນໍາປະຊາຊົນປ້ອງກັນພະຍາດ ແລະຮັບມືກັບສະຖານະການສຸກເສີນ.

ໂດຍ: ເຈິ່ນຮວ່ຽນ