ເປີດການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບ ສປຊ
ກປ.ອອນໄລ - ວັນທີ 11 ພະຈິກ, ທີ່ສູນຝຶກອົບຮົມການທະຫານແຫ່ງຊາດ ເລກ 4, ພິທີເປີດການຝຶກຊ້ອມສອງຝ່າຍ (VINBAX 2025) ລະຫວ່າງຫວຽດນາມ-ອິນເດຍ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ປີ 2025 ໂດຍກະຊວງປ້ອງກັນປະເທດຫວຽດນາມ ສົມທົບກັບກະຊວງປ້ອງກັນປະເທດອິນເດຍ ຈັດຕັ້ງ.
ທ່ານພົນໂທ ຟຸ່ງສີເຕີນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າກຸ່ມເຮັດວຽກລະຫວ່າງຂະແໜງການ, ຮອງຫົວໜ້າຄະນະຊີ້ນຳການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຂອງກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີເປີດ.
    |
 |
|
ບັນຍາກາດທີ່ພິທີເປີດ. ພາບ: ງອັກທື |
ກ່າວຄຳເຫັນທີ່ພິທີເປີດ, ທ່ານພົນໂທ ຟຸ່ງສີເຕີນ ຢືນຢັນວ່າ ຫວຽດນາມ ແລະອິນເດຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຜູກພັນອັນຍາວນານ. ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະໄດ້ຮັບການປັບປຸງ ແລະພັດທະນາຢ່າງຕໍ່ເນື່ອງ,...
ການຝຶກຊ້ອມ VINBAX 2025 ທີ່ຫວຽດນາມ ໄດ້ຈັດຂຶ້ນແຕ່ວັນທີ 11 ຫາ 27 ພະຈິກ, ໂດຍມີພະນັກງານເຂົ້າຮ່ວມເກືອບ 300 ຄົນ. ດ້ວຍຫົວຂໍ້ "ກອງຊ່າງແສງສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ", ການຝຶກຊ້ອມ VINBAX 2025 ມີຈຸດປະສົງເພື່ອປັບປຸງຄວາມສາມາດດ້ານວິຊາຊີບ, ການປະສານງານ ແລະການຈັດຕັ້ງການຝຶກຊ້ອມພູມສາດຕົວຈິງຂອງກໍາລັງຊ່າງແສງ, ແພດທະຫານ ແລະກູ້ໄພໃນການກະກຽມສຳລັບການສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.
    |
 |
|
ຜູ້ແທນຢ້ຽມຊົມສະໜາມຝຶກຊ້ອມ ແລະເຂດຈັດວາງກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: ງອັກທື |
ຕາມທ່ານພົນຈັດຕະວາ ຟ້າມແມງຖັ໊ງ, ເນື້ອໃນຂອງລາຍການຝຶກຊ້ອມປະກອບມີ 3 ພາກສ່ວນຫຼັກ ຄື: ການບໍາລຸງສ້າງທິດສະດີລວມ, ລວມທັງ ຄວາມຮູ້ພື້ນຖານກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ; ບໍາລຸງສ້າງ, ປະຕິບັດທັກສະວິຊາການຂອງກໍາລັງຊ່າງແສງ ແລະແພດທະຫານໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາ ສັນຕິພາບ ສປຊ;...
ນອກຈາກບັນດາການເຄື່ອນໄຫວວິຊາຊີບແລ້ວ, ການຝຶກຊ້ອມ VINBAX 2025 ຍັງມີບັນດາການເຄື່ອນໄຫວຕ້ອນຮັບ, ການພົບປະແລກປ່ຽນ, ກິລາ-ກາຍະກໍາ, ວັດທະນະທຳ-ສິລະປະ, ການທ່ອງທ່ຽວວັດທະນະທຳ... ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະການພົວພັນສາມັກຄີ, ມິດຕະພາບ, ຕິດພັນລະຫວ່າງບັນດາສະມາຊິກເຂົ້າຮ່ວມ.
ໂດຍ: ໄຊນີດາ