ການສຳເລັດ, ເພີ່ມເຕີມທິດສະດີວຽກງານເຕັກນິກຂອງກອງທັບປະຊາຊົນຫວຽດນາມ
ກປ.ອອນໄລ - ໃນວັນທີ 11 ພະຈິກ, ທີ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສະພາວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດ ໄດ້ຕີລາຄາ, ຮັບຮອງເອົາຜົນງານຂອງການປະຕິບັດໂຄງການເອກະລາດແຫ່ງຊາດ "ການຄົ້ນຄວ້າ ແລະພັດທະນາທິດສະດີວຽກງານເຕັກນິກຂອງກອງທັບປະຊາຊົນຫວຽດນາມ ໃນສະຖານະການໃໝ່" ໂດຍທ່ານພົນໂທ, ປອ ເລຮຸຍວິ້ງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເປັນປະທານໂຄງການ; ກົມໃຫຍ່ພະລາທິການ-ເຕັກນິກ ເປັນປະທານປະຕິບັດ.
ທ່ານພົນໂທ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາ ເປັນປະທານກອງປະຊຸມ.
ສະພາໄດ້ຕີລາຄາໂຄງການດັ່ງກ່າວໄດ້ສຳເລັດປະລິມານ ແລະຄຸນນະພາບຂອງຜະລິດຕະພັນຕາມຄວາມຮຽກຮ້ອງ. ຜະລິດຕະພັນຂອງໂຄງການມີເນື້ອໃນວິທະຍາສາດສູງ, ມີມູນຄ່າຕົວຈິງສຳລັບຂະແໜງເຕັກນິກ ກອງທັບປະຊາຊົນຫວຽດນາມ. ບົດລາຍງານສັງລວມ, ບົດລາຍງານໂດຍຫຍໍ້ ແລະເອກະສານໄດ້ຮັບການອະນຸມັດຈາກອົງການຮັບຜິດຊອບ; ບັນດາຜະລິດຕະພັນໄດ້ຮັບການສະແດງຢ່າງໂລຢິກ, ມີວິທະຍາສາດ, ມີຄຸນນະພາບດີ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄໍາເຫັນສະຫຼຸບ, ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ສະເໜີໃຫ້ຄະນະບໍລິຫານໂຄງການ ແລະກົມກອງຮັບຜິດຊອບກວດຄືນ, ປັບປຸງເນື້ອໃນຕາມຄວາມຄິດເຫັນຂອງສະມາຊິກສະພາ, ສົ່ງໃຫ້ກະຊວງວິທະຍາສາດ ແລະເຕັກໂນໂລຊີ ຕາມລະບຽບການ; ພ້ອມທັງ ຈັດຕັ້ງສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ເພື່ອຖ່າຍທອດ, ນຳໃຊ້ຜົນງານຂອງໂຄງການໃຫ້ກົມກອງຮັບຜົນປະໂຫຍດຕາມລະບຽບການ. ສະພາ ໄດ້ປ່ອນບັດລົງຄະແນນສຽງເພື່ອຕີລາຄາ, ຮັບຮູ້ໂຄງການດັ່ງກ່າວບັນລຸຢ່າງດີເລີດ.
ໂດຍ: ຈາງຫງວຽນ