ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານ Yamamoto Ichita ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແຂງແຮງດ້ວຍຫຼາຍໝາກຜົນພົ້ນເດັ່ນ, ແທດຈິງ, ມີປະສິດທິຜົນ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ນັບມື້ນັບສູງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕີລາຄາສູງຜູ້ວ່າການແຂວງ ແລະອໍານາດການປົກຄອງແຂວງ Gunma ທີ່ໄດ້ສະໜັບສະໜູນ ແລະຕ້ັງໜ້າຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບຫວຽດນາມ ໃນຂົງເຂດຕ່າງໆ, ຄື: ເສດຖະກິດ, ການລົງທຶນ, ການຄ້າ, ການທ່ອງທ່ຽວ, ຊັບພະຍາກອນມະນຸດ ແລະວັດທະນະທຳ. ເນັ້ນໜັກວ່າ ດ້ວຍຈິດໃຈ “ຈິງໃຈ, ອາລົມຈິດຄວາມຮັກແພງ, ໄວ້ເນື້ອເຊື່ອໃຈ”, ການຮ່ວມມືລະຫວ່າງສອງປະເທດບໍ່ມີຂອບເຂດຈໍາກັດ, ທ່ານ ຟ້າມມິງຈິ໊ງ ສະເໜີຊຸກຍູ້ການພົວພັນສອງຝ່າຍໃຫ້ດີກວ່າອີກ, ໂດຍສະເພາະແມ່ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການລົງທຶນ, ແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພົບປະແລກປ່ຽນວັດທະນະທຳ, ການທ່ອງທ່ຽວ, ນຳມາເຊິ່ງໝາກຜົນ ແລະຜະລິດຕະພັນຢ່າງລະອຽດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Yamamoto Ichita, ຜູ້ວ່າການແຂວງ Gunma, ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ສະເໜີແຂວງ Gunma ສືບຕໍ່ເອົາໃຈໃສ່, ສົ່ງເສີມ, ຊຸກຍູ້ວິສາຫະກິດຂອງແຂວງ ເປີດກວ້າງການລົງທຶນຢູ່ຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ແຂວງມີທ່າແຮງ, ຄື: ການບິນອາວະກາດ, ກະສິກຳ, ອຸດສາຫະກຳປຸງແຕ່ງ ແລະການປະດິດສ້າງ, ອຸດສາຫະກຳສໍາຮອງ... ແລະບັນດາຂົງເຂດທີ່ຫວຽດນາມ ມີຄວາມຕ້ອງການ ເຊັ່ນ: ນະວັດຕະກຳ, ວິທະຍາສາດ, ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ເຄິ່ງຊັກນໍາໄຟຟ້າ, ກະສິກຳເຕັກໂນໂລຊີສູງ...; ຊຸກຍູ້ການເຊື່ອມໂຍງ ແລະການຮ່ວມມືກັບບັນດາວິສາຫະກິດຫວຽດນາມ, ເຂົ້າຮ່ວມງານຕະຫຼາດນັດ, ງານວາງສະແດງ, ປະກອບສ່ວນເຊື່ອມຕໍ່ສອງພື້ນຖານເສດຖະກິດຕາມແຜນນະໂຍບາຍຂອງການນໍາຂັ້ນສູງ, ຫັນຕະຫຼາດ, ຜະລິດຕະພັນ ແລະຕ່ອງໂສ້ການສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານ Yamamoto Ichita ໄດ້ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ Gunma ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງແຂວງ ແລະການພົວພັນລະຫວ່າງສອງປະເທດ. ທ່ານ ຍັງໃຫ້ຮູ້ວ່າ, ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງແຂວງ Gunma ໄດ້ມີຫຼາຍວິສາຫະກິດຍີ່ປຸ່ນ ເຂົ້າຮ່ວມດ້ວຍຄວາມຫວັງລົງທຶນເຂົ້າຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ Yamamoto Ichita ສະເໜີທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ແຂວງ Gunma ເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ເວົ້າລວມ ກໍ່ຄືກັບບັນດາວິສາຫະກິດ, ທ້ອງຖິ່ນຂອງຫວຽດນາມ ໃນບັນດາຂົງເຂດຄືຄໍາເຫັນຊີ້ນໍາຂອງທ່ານນາຍົກລັດຖະມົນຕີ.

ໂດຍ: ໄຊນີດາ