leftcenterrightdel
ບັນຍາກາດທີ່ພິທີ. ພາບ: qdnd.vn

ເນື່ອງໃນໂອກາດຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ແລະສະເຫຼີມສະຫຼອງວັນມູນເຊື້ອ ຄົບຮອບ 75 ປີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງຈົດໝາຍຊົມເຊີຍເຖິງໜັງສືພິມກອງທັບປະຊາຊົນ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນຕີ ຫງວຽນວັນເກົ້າ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ປະດັບຫຼຽນໄຊ ປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນຕີ ຫງວຽນວັນເກົ້າ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III ໃຫ້ໜັງສືພິມກອງທັບປະຊາຊົນ.

leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ອ່ານສູນທອນພົດສະເຫຼີມສະຫຼອງ. ພາບ: qdnd.vn

ອ່ານສູນທອນພົດສະເຫຼີມສະຫຼອງທີ່ພິທີ, ທ່ານພົນຈັດຕະວາ ດວ່ານຊວນໂບ້, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ຊີ້ແຈ້ງວ່າ: ໃນຕະຫຼອດ 75 ປີຜ່ານມາ, ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫຼາຍລຸ້ນຄົນ ໄດ້ສືບທອດສຸດທີ່ຈົງຮັກພັກດີ, ອຸທິດສ່ວນ, ປະກອບສ່ວນກໍ່ສ້າງປັດໄຈດ້ານການເມືອງໃຫ້ທະຫານ ແລະປະຊາຊົນໃນສະໄໝສົງຄາມ ກໍ່ຄືສະໄໝສັນຕິພາບ. ບໍ່ພຽງແຕ່ເທົ່ານັ້ນ, ຄຸນນະທາດຂອງໜັງສືພິມກອງທັບຕໍ່ສູ້ຍອມເສຍສະຫຼະຊີວິດເພື່ອຊາດ, ເພື່ອປະຊາຊົນ.

ຮັບຮູ້ວິລະກຳຂອງໜັງສືພິມກອງທັບປະຊາຊົນ, ພັກ ແລະລັດ ໄດ້ປະດັບຫຼຽນໄຊໂຮ່ຈີມິນ; ຫຼຽນໄຊດາວຄຳໃຫ້ໜັງສືພິມ; ສອງຄັ້ງໄດ້ຮັບນາມມະຍົດກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນ ແລະວິລະຊົນແຮງງານ, ພ້ອມກັບລາງວັນອັນສູງສົ່ງອື່ນໆຈໍານວນຫຼາຍ. ພ້ອມກັບເລືອດເນື້ອຂອງກອງທັບ ແລະປະຊາຊົນ, ໜັງສືພິມກອງທັບປະຊາຊົນ ໄດ້ມີນັກຂ່າວ 9 ຄົນທີ່ເສຍສະຫຼະຊີວິດໃນສະໜາມຮົບ, 2 ຄົນ ໄດ້ເຊີດຊູເປັນວິລະຊົນກໍາລັງປະກອບອາວຸດປະຊາຊົນ. ມີນັກສິລະປະວັນນະຄະດີ, ປັນຍາຊົນຫຼາຍຄົນເປັນພະນັກງານ, ນັກຂ່າວຂອງໜັງສືພິມກອງທັບປະຊາຊົນ ຫຼື ເຄີຍປະຕິບັດງານຢູ່ໜັງສືພິມກອງທັບປະຊາຊົນ ໄດ້ຮັບລາງວັນແຫ່ງລັດ, ລາງວັນໂຮ່ຈີມິນ.

leftcenterrightdel
ທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຍ້ອງຍໍ, ຮັບຮູ້ ແລະຊົມເຊີຍບັນດາຜົນງານອັນສະຫງ່າລາສີຂອງໜັງສືພິມກອງທັບປະຊາຊົນໃນຕະຫຼອດ 75 ປີຜ່ານມາ. ພ້ອມທັງເນັ້ນໜັກວ່າໜັງສືພິມກອງທັບປະຊາຊົນ ຕ້ອງຮັກສາຄຸນທາດການເມືອງໄວ້ຢ່າງໝັ້ນຄົງ, ຍຶດໝັ້ນກໍານົດທິດແນວຄິດຂອງພັກຢູ່ສະເໝີ, ສືບຕໍ່ຢືນຢັນບົດບາດນໍາໜ້າໃນແນວຮົບຂໍ້ມູນຂ່າວສານແນວຄິດ, ປະກອບສ່ວນພ້ອມກັບທົ່ວກອງທັບປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງມີໄຊ.

ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານພົນໂທ ເຈືອງທຽນໂຕ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນນາທິການ ແລະພະນັກງານ, ນັກຂ່າວ, ບັນນາທິການ, ພາລະກອນ, ນັກຮົບຂອງໜັງສືພິມກອງທັບປະຊາຊົນ ສືບຕໍ່ເພີ່ມທະວີການນໍາພາ, ຊີ້ນໍາ, ຊາບຊຶມ, ຜັນຂະຫຍາຍປະຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ສະຫຼຸບຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບໜ້າທີ່ສື່ມວນຊົນຢ່າງມີປະສິດທິຜົນ; ແຜນຮ່າງກໍ່ສ້າງໜັງສືພິມກອງທັບປະຊາຊົນກາຍເປັນອົງການສື່ມວນຊົນຫຼາຍປະເພດຮອດປີ 2030, ວິໄສທັດຮອດປີ 2045...

ໂດຍ: ເຈິ່ນຮວ່ຽນ