ຝຶກອົບຮົມວຽກງານຮັບປະກັນພະລາທິການ, ເຕັກນິກໃຫ້ແກ່ພະນັກງານກອງທັບລາວ 40 ຄົນ
ກປ.ອອນໄລ - ຕອນບ່າຍວັນທີ 20 ຕຸລາ, ກອງບັນຊາການທະຫານແຂວງດ້ຽນບຽນ ໄດ້ເປີດຊຸດຝຶກອົບຮົມ, ແລກປ່ຽນວຽກງານຮັບປະກັນພະລາທິການ, ເຕັກນິກໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງຫຼວງພະບາງ ແລະກອງບັນຊາການທະຫານແຂວງຜົ້ງສາລີ.
    |
 |
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ໃນ 12 ວັນ, ພະນັກງານກອງທັບປະຊາຊົນລາວ 40 ຄົນ ຈະໄດ້ຝຶກອົບຮົມບັນດາເນື້ອໃນ: ການເປ່ເພຂອງອາວຸດ, ອຸປະກອນເຕັກນິກ ແລະວິທີການແກ້ໄຂ; ວຽກງານຮັບປະກັນຄວາມປອດໄພໃນການຄຸ້ມຄອງ, ຂຸດຄົ້ນ, ນໍາໃຊ້ອຸປະກອນເຕັກນິກ; ຄວາມຮູ້ທົ່ວໄປກ່ຽວກັບການປ້ອງກັນໄຟໄໝ້, ດັບເພີງ; ແນະນໍາສ້າງຂະແໜງລົດ-ຈັກ, ລົດຕັງຍານເກາະໃຫ້ມີແບບແຜນ;... ເຕັກນິກຂຸດ ແລະນໍາໃຊ້ເຕົາ ຮວ່າງເກ່ີ່ມ ຂັ້ນ I; ວຽກງານຮັບປະກັນສຸຂະອະນາໄມ, ຄວາມປອດໄພສະບຽງອາຫານ; ປ້ອງກັນ, ຕ້ານການເມົາແດດ... ໃນໄລຍະຝຶກອົບຮົມ, ບັນດານັກສໍາມະນາກອນ ຍັງໄດ້ໄປຢ້ຽມຊົມ, ແລກປ່ຽນກ່ຽວກັບມູນເຊື້ອປະຫວັດສາດ, ວັດທະນະທໍາຢູ່ເຂດປູຊະນີຍະສະຖານໃນບໍລິເວນແຂວງດ້ຽນບຽນ; ຢ້ຽມຊົມ, ຮໍ່າຮຽນຮູບແບບການລ້ຽງສັດ ແລະກໍ່ສ້າງກອງພັນໃຫຍ່ 82, ກອງພົນ 355 (ທະຫານເຂດ 2), ສາງ K79 ກົມພະລາທິການ-ເຕັກນິກທະຫານເຂດ 2 ໃຫ້ມີແບບແຜນ.
ໂດຍ: ໄຊນີດາ