ທະຫານຊາຍແດນໄດ້ຈັດສົ່ງພະນັກງານ, ນັກຮົບເກືອບ 700 ຄົນ ໄປສົມທົບກັນຍົກຍ້າຍປະຊາຊົນ 1.857 ຄອບຄົວ/4.474 ຄົນ ແລະຊັບສິນຢູ່ບັນດາເຂດທີ່ຖືກນໍ້າຖ້ວມຢູ່ແຂວງລ້າງເຊີນ, ລາວກາຍ, ເງະອານ, ຮ່າຕິງ ໄປຢູ່ບ່ອນປອດໄພ; ໄດ້ຈັດຕັ້ງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ໂຮງຮຽນ 2 ແຫ່ງຂຶ້ນກັບຕາແສງ ລົກຮ່າ, ແຂວງ ຮ່າຕິງ.
ທະຫານເຂດ 1 ໄດ້ຈັດສົ່ງພະນັກງານ, ນັກຮົບທະຫານປະຈໍາ ພ້ອມກັບທະຫານລາດ 4.400 ກວ່າຄົນ ເພື່ອຊ່ວຍປະຊາຊົນຮັບມືກັບໄພທໍາມະຊາດ; ໜູນຊ່ວຍຍົກຍ້າຍປະຊາຊົນ 386 ຄອບຄົວ/1.544 ຄົນອອກຈາກເຂດອັນຕະລາຍ. ທະຫານເຂດ 2 ໄດ້ຈັດສົ່ງພະນັກງານ, ນັກຮົບ 11.160 ຄົນພ້ອມດ້ວຍພາຫະນະເພື່ອຮັບມືກັບໄພນໍ້າຖ້ວມ ແລະດິນເຈື່ອນ, ຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ ແລະຄົ້ນຫາຜູ້ຫາຍສາບສູນ. ທະຫານເຂດ 3 ໄດ້ຈັດສົ່ງພະນັກງານ, ນັກຮົບເກືອບ 2.200 ຄົນພ້ອມດ້ວຍພາຫະນະໄປຊ່ວຍບັນດາທ້ອງຖິ່ນແກ້ໄຂບັນຫາຄັນຄູ, ອະນາໄມສຳນັກງານ, ໂຮງຮຽນຢູ່ແຂວງ ນິງບິ່ງ.
    |
 |
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງຕວຽນກວາງ ນໍາສົ່ງປະຊາຊົນໄປເຂດປອດໄພ. ພາບ: ຈູງທຸຍ |
ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ມີໂທລະເລກທາງການສະບັບເລກທີ 5634/CĐ-TM ສົ່ງເຖິງບັນດາອົງການ, ກົມກອງກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມຢູ່ແຂວງ ກາວບັ່ງ, ຕວຽນກວາງ ແລະລາວກາຍ.
ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ຊາບຊຶມ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດຕໍ່ການຊີ້ນຳຂອງຜູ້ປະຈຳການຄະນະເລຂາທິການ ແລະບັນດາໂທລະເລກທາງການຂອງທ່ານນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່ຽວກັບການເປັນເຈົ້າການໃນການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 10 ແລະຝົນຕົກນ້ຳຖ້ວມ. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ, ແມ່ທັບນ້ອຍ 18 ພ້ອມແລ້ວທີ່ຈະປະຕິບັດການບິນເພື່ອຄົ້ນຫາ, ກູ້ໄພ-ກູ້ຊີບ, ຂົນສົ່ງເຄື່ອງໃຊ້ທີ່ຈຳເປັນໄປຍັງເຂດທີ່ຖືກແບ່ງແຍກ, ນໍ້າຖ້ວມເມື່ອມີຄໍາສັ່ງ. ກອງບັນຊາການທະຫານຊາຍແດນ ຊີ້ນໍາໃຫ້ກໍາລັງທະຫານຊາຍແດນແຂວງຕ່າງໆສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງເພື່ອເລັ່ງຄົ້ນຫາຜູ້ຫາຍສາບສູນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.
ແຂວງກາວບັງ: ລົມພາຍຸທໍນາໂດ, ຝົນຕົກໜັກຫຼາຍມື້ໄດ້ເຮັດໃຫ້ນໍ້າຖ້ວມເປັນບໍລິເວນຂະໜາດໃຫຍ່, ນໍ້າຖ້ວມ ແລະດິນເຈື່ອນຢູ່ຫຼາຍບ່ອນ ເຮັດໃຫ້ທ້ອງຖິ່ນເສຍຫາຍຢ່າງໜັກໜ່ວງ. ຕາມການສະຖິຕິມາຮອດຕອນບ່າຍວັນທີ 1 ຕຸລາ, ທົ່ວແຂວງມີຜູ້ເສຍຊີວິດ 3 ຄົນ, ບາດເຈັບ 2 ຄົນ ແລະຫາຍສາບສູນ 2 ຄົນ; ເຮືອນ 1.700 ກວ່າຫຼັງໄດ້ຮັບຜົນກະທົບ, ໃນນັ້ນມີເຮືອນ 1.376 ຫຼັງຖືກນ້ຳຖ້ວມຫຼາຍ, ຫຼາຍພັນຄອບຄົວຕ້ອງໄດ້ຍົກຍ້າຍຢ່າງຮີບດ່ວນ. ກອງບັນຊາການທະຫານແຂວງ ແລະບັນດາກົມກອງຢູ່ບໍລິເວນໄດ້ຈັດສົ່ງກໍາລັງ, ພາຫະນະຕັ້ງໜ້າເຂົ້າຮ່ວມການກູ້ໄພ-ກູ້ຊີບ, ຍົກຍ້າຍປະຊາຊົນໄປຢູ່ບ່ອນປອດໄພ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ.
ແຂວງຕວຽນກວາງ: ໄລ່ມາຮອດຕອນບ່າຍວັນທີ 1 ຕຸລາ, ເກີດນ້ຳຖ້ວມໃນບໍລິເວນກວ້າງຂວາງ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະຫາຍສາບສູນ 5 ຄົນ. ກອງບັນຊາການທະຫານແຂວງຕວຽນກວາງ ໄດ້ຈັດສົ່ງພະນັກງານ, ນັກຮົບທະຫານປະຈໍາ ພ້ອມກັບທະຫານລາດປ້ອງກັນຕົວ ເຂົ້າຮ່ວມການຊ່ວຍເຫຼືອບັນດາຄອບຄົວໄດ້ຮັບຄວາມເສຍຫາຍຍ້ອນຝົນຕົກນໍ້າຖ້ວມ ແລະຊອກຫາຜູ້ຫາຍສາບສູນ; ຈັດຕັ້ງກໍາລັງເວນຍາມຢູ່ບັນດາເສັ້ນທາງ, ຂົວທີ່ມີດິນເຈື່ອນ, ນໍ້າຖ້ວມ. ຕໍ່ໜ້າການຜັນແປທີ່ສົບສົນຂອງຝົນຕົກ, ນ້ຳຖ້ວມຢູ່ບໍລິເວນ, ກອງບັນຊາການທະຫານແຂວງ ໄດ້ຊີ້ນໍາບັນດາອົງການ, ກົມກອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນເຈົ້າການຈັດກໍາລັງ, ພາຫະນະກຽມພ້ອມເຄື່ອນທີ່ ເພື່ອໜູນຊ່ວຍທ້ອງຖິ່ນ ແລະປະຊາຊົນ.
ວັນທີ 1 ຕຸລາ, ກອງບັນຊາການທະຫານເຂດ 2 ໄດ້ຈັດຕັ້ງຄະນະປະຕິບັດງານລົງກວດກາ ແລະສຳຫຼວດບາງຈຸດສຳຄັນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດຢູ່ແຂວງລາວກາຍ. ຢູ່ເຂດດິນເຈື່ອນ ແລະຖືກນ້ຳຖ້ວມ, ຄະນະ ສາມາດໄດ້ກໍາແໜ້ນສະພາບຄວາມເສຍຫາຍ, ກວດກາວຽກງານເວນຍາມ, ຊອກຫາກູ້ໄພ-ກູ້ຊີບ, ນໍາພາປະຊາຊົນອອກຈາກເຂດອັນຕະລາຍ. ທະຫານເຂດ 2 ໄດ້ຈັດສ່ົງພະນັກງານ, ນັກຮົບຫຼາຍຮ້ອຍຄົນ ແລະພາຫະນະຂອງກອງພົນ 316, ກອງພົນ 355 ເພີ່ມທະວີໃຫ້ກອງບັນຊາການທະຫານແຂວງລາວກາຍ, ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ ແລະບັນດາກໍາລັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມຢ່າງຮີບດ່ວນ...
ຕອນເຊົ້າວັນທີ 1 ຕຸລາ, ຄັນຄູກັນນ້ຳຢູ່ກຸ່ມ 33, ຕາແສງ ຟານດິງຟູ່ງ, ແຂວງ ໄທງວຽນ ແຕກແຫງປະມານ 3 ແມັດ, ເຮັດໃຫ້ນ້ຳໄຫຼເຂົ້າສູ່ເຂດຊຸມຊົນອາໄສຢູ່. ກອງບັນຊາການທະຫານແຂວງ ໄທງວຽນ ໄດ້ຈັດສົ່ງພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວ 100 ກວ່າຄົນໄປສົມທົບກັບທ້ອງຖິ່ນ ເພື່ອແກ້ໄຂເຫດການດັ່ງກ່າວ. ກໍາລັງຕ່າງໆໄດ້ເອົາໄມ້ໄຜ່ມາຕອກເປັນຫຼັກ, ສົມທົບກັບການເຮັດຮົ້ວ B40, ເອົາຜ້າບັດມາກັ້ນ, ນຳໃຊ້ເປົາຊາຍ 500 ເປົາ ເພື່ອເສີມສ້າງຄັນຄູໃຫ້ແໜ້ນໜາຂຶ້ນຕື່ມ.
ລະດັບນ້ຳຂອງແມ່ນ້ຳແດງໄດ້ຍຶ່ງຂຶ້ນສູງເຮັດໃຫ້ຕາແສງມິງເຈົາ, ນະຄອນຮ່າໂນ້ຍ ຖືກຕັດຂາດ. ກອງບັນຊາການທະຫານຕາແສງ ມິງເຈົາ ໄດ້ເປັນເສນາທິການໃຫ້ອໍານາດການປົກຄອງ ສ້າງວິທີປ້ອງກັນ, ຕ້ານໄພທໍາມະຊາດ, ລະດົມກໍາລັງຢູ່ກັບທີ່ໜູນຊ່ວຍປະຊາຊົນ; ຫ້າມພາຫະນະຕ່າງໆເຮັດເອງນຳສົ່ງປະຊາຊົນຂ້າມຜ່ານແມ່ນໍ້າ; ມາຮອດຕອນທ່ຽງວັນທີ 1 ຕຸລາ, ກໍາລັງທະຫານລາດໄດ້ຊ່ວຍປະຊາຊົນເກັບກ່ຽວທັນຍາຫານທີ່ຖືກນໍ້າຖ້ວມສຳເລັດ. ກອງບັນຊາການປ້ອງກັນເຂດ 2 - ຝູກເທາະ ໄດ້ເພີ່ມທະວີກຳລັງ ແລະພາຫະນະໄປຊ່ວຍຕາແສງ ມິງເຈົາ ຮັບມືກັບນ້ຳຖ້ວມ, ຮັບປະກັນຊີວິດອິນຊີ ແລະຊັບສິນຂອງປະຊາຊົນ ຢ່າງປອດໄພ.
ໂດຍ: ໄຊນີດາ