ກ່າວຄຳເຫັນທີ່ການຢ້ຽມຢາມ ແລະມອບຂອງຂວັນ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ຕີລາຄາສູງຄວາມສາມັກຄີ, ຄວາມມານະພະຍາຍາມ ແລະບັນດາໝາກຜົນອັນພົ້ນເດັ່ນຂອງອົງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງ ກາວບັ່ງ ໃນການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຊາຍແດນໃນໄລຍະຜ່ານມາ.

ທ່ານ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ແຂວງ ກາວບັ່ງ ຕ້ອງນໍາບັນດາແຜນນະໂຍບາຍ, ມະຕິເຂົ້າໃນການດໍາລົງຊີວິດຢ່າງວ່ອງໄວ; ເສີມຂະຫຍາຍບົດບາດຂອງແຕ່ລະອົງການ, ບຸກຄົນໃນວຽກງານນໍາພາ, ຊີ້ນໍາ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ແລະທ່ານພົນໂທ ຮວ່າງຊວນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຂອງຂວັນໃຫ້ບັນດາອົງການ, ກົມກອງຢູ່ຕາແສງ ເຈື່ອງຮ່າ, ແຂວງ ກາວບັ່ງ. ພາບ: qdnd.vn

ສໍາລັບທະຫານຊາຍແດນແຂວງ ກາວບັ່ງ, ທ່ານ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ສືບຕໍ່ຊາບຊືມທັດສະນະຂອງພັກກ່ຽວກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ການປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດຢ່າງເຂັ້ມແຂງ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ, ຄະນະ, ຂະແໜງ, ອົງຄະນະ ແລະປະຊາຊົນໃນບໍລິເວນ, ກໍ່ສ້າງທ່າສະໜາມທະຫານຊາຍແດນທົ່ວປວງຊົນຕິດພັນກັບທ່າສະໜາມປ້ອງກັນຊາດທົ່ວປວງຊົນ ແລະທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນໃຫ້ເຂັ້ມແຂງ.

ຕາງໜ້າການນໍາພັກ, ລັດ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ສົ່ງຄຳຢ້ຽມຢາມຖາມຂ້າວ, ອວຍພອນສຸຂະພາບມາຍັງພະນັກງານ, ນັກຮົບ ແລະປະຊາຊົນແຂວງ ກາວບັ່ງ; ປາດຖະໜາຢາກວ່າ ບັນດານັກຮຽນຢູ່ເຂດຊາຍແດນຈະສືບຕໍ່ມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ສົມຄວນເປັນອະນາຄົດອັນສົດໃສຂອງບ້ານເກີດເມືອງນອນ ແລະຂອງປະເທດຊາດ.

ໂດຍ: ຈາງຫງວຽນ