ທີ່ພິທີສົ່ງກໍາປັ່ນ, ທ່ານພັນເອກພິເສດ ເລຮຸຍ ເນັ້ນໜັກວ່າ: ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງກຳປັ່ນຕໍາຫຼວດທະເລຫວຽດນາມ ເຖິງ ຟີລິບປິນ ໃນປີ 2025, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະເຈດຕະນາດີຂອງສອງກໍາລັງໃນການເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກສູງຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ການເຄື່ອນໄຫວທີ່ມີຄວາມໝາຍສຳຄັນນີ້ຈະປະກອບສ່ວນຫັນຄຳໝັ້ນສັນຍາຂອງຫວຽດນາມ ແລະຟີລິບປິນ ກ່ຽວກັບການກໍ່ສ້າງເຂດທະເລສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື ແລະພັດທະນາແບບຍືນຍົງ ໃຫ້ປະກົດຜົນເປັນຈິງ.

leftcenterrightdel
ການນໍາກອງບັນຊາການຕໍາຫຼວດທະເລເຂດ 2 ມອບຊໍ່ດອກໄມ້ໃຫ້ຄະນະປະຕິບັດງານ ທີ່ພິທີສົ່ງກຳປັ່ນຕໍາຫຼວດທະເລ 8002 ເດີນທາງໄປຢ້ຽມຢາມ ແລະເຮັດວຽກຢູ່ ຟີລິບປິນ. ພາບ: qdnd.vn

ໃນການຢ້ຽມຢາມ ແລະເຮັດວຽກຢູ່ ຟີລິບປິນ ຄັ້ງນີ້, ຄະນະປະຕິບັດງານຕໍາຫຼວດທະເລຫວຽດນາມ ຈະມີບັນດາການເຄື່ອນໄຫວຕົ້ນຕໍ ຄື:  ການເຂົ້າຢ້ຽມຂ່ຳນັບການນໍາອຳນາດການປົກຄອງທ້ອງຖິ່ນ ແລະຜູ້ບັນຊາການເຂດສູນກາງ Visayas; ຢ້ຽມຢາມ ແລະແຂ່ງຂັນກິລາມິດຕະພາບ ຢູ່ສໍານັກງານເຂດກໍາລັງປ້ອງກັນຝັ່ງທະເລຟີລິບປິນ; ຈັດການພົບປະສອງຝ່າຍກັບກໍາລັງປ້ອງກັນຝັ່ງທະເລຟີລິບປິນ; ຢ້ຽມຢາມ ແລະແຂ່ງຂັນກິລາມິດຕະພາບກັບພະນັກງານ, ພາລະກອນ ແລະລູກເຮືອກໍາລັງປ້ອງກັນຝັ່ງທະເລຟີລິບປິນ; ຢ້ຽມຊົມວັດທະນະທໍາຢູ່ນະຄອນ Cebu. ພິເສດ, ສອງກໍາລັງຈະສົມທົບກັນຝຶກແອບຮ່ວມ ບາງແຜນການຢູ່ທະເລ.

ຜ່ານການຢ້ຽມຢາມ, ພະນັກງານ, ພາລະກອນຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຟີລິບປິນ ມີກາລະໂອກາດເພື່ອພົບປະແລກປ່ຽນ, ຮ່ຳຮຽນ, ແລກປ່ຽນບົດຮຽນໃນວຽກງານປະຕິບັດກົດໝາຍຢູ່ທະເລ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງກໍາລັງ. ພ້ອມກັນນັ້ນ, ການຢ້ຽມຢາມກໍ່ໄດ້ຮັບຄວາມຫວັງຈະປະກອບສ່ວນຍົກສູງຄວາມສາມາດປະສານສົມທົບ, ຮັບມືກັບບັນດາກໍລະນີຢູ່ທະເລຢ່າງມີປະສິດທິຜົນ, ຜ່ານນັ້ນຊ່ວຍເປີດທິດທາງການຮ່ວມມືນັບມື້ນັບແທດຈິງ ແລະມີປະສິດທິຜົນລະຫວ່າງສອງກໍາລັງໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ