ທ່ານພົນຕີ ເຈິ່ນແທັງງຽມ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດສະຫະພັນ ລັດເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 2 ຕຸລາ, ຢູ່ນະຄອນ ຫາຍຟ່ອງ, ທ່ານພົນຕີ ເຈິ່ນແທັງງຽມ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຮືອ ໄດ້ໃຫ້ການຕ້ອນຮັບທ່ານພັນເອກ Sergey Vladimirovich Belosludtsev ໄດ້ເຂົ້າຢ້ຽມຂໍ່ານັບ, ເນື່ອງໃນໂອກາດຮັບຕຳແໜ່ງທີ່ປຶກສາທູດປ້ອງກັນຊາດ ສະຫະພັນລັດເຊຍ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນຕີ ເຈິ່ນແທັງງຽມ ໄດ້ຊົມເຊີຍທ່ານພັນເອກ Sergey Vladimirovich Belosludtsev ໄດ້ຮັບຕໍາແໜ່ງເປັນທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາຫວຽດນາມ; ຫວັງວ່າໃນຕຳແໜ່ງໃໝ່ ທ່ານພັນເອກ Sergey Vladimirovich Belosludtsev ຈະສືບຕໍ່ເປັນຂົວຕໍ່ ເພື່ອຜັນຂະຫຍາຍປະຕິບັດບັນດາທິດທາງໃຫຍ່ ແລະບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
    |
 |
ທ່ານພັນເອກ Sergey Vladimirovich Belosludtsev ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ ເຈິ່ນແທັງງຽມ. ພາບ: qdnd.vn |
ທ່ານພົນຕີ ເຈິ່ນແທັງງຽມ ຢືນຢັນວ່າ: ຫວຽດນາມ ແລະສະຫະພັນລັດເຊຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງກັນ. ບັນດາອາລົມຈິດອັນດີງາມ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ເຊິ່ງຍາມໃດ ການນໍາ, ປະຊາຊົນສອງປະເທດ ກໍເຄົາລົບນັບຖື, ຮັກສາ ແລະພັດທະນາມາຮອດປະຈຸບັນ. ໃນນັ້ນ, ແມ່ນໄລຍະປະຫວັດສາດ 75 ປີ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳຂອງສອງພັກ, ສອງລັດ ແລະລັດຖະບານ 2 ປະເທດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານພົນຕີ ເຈິ່ນແທັງງຽມ ປາດຖະໜາວ່າ, ໃນໄລຍະຈະມາເຖິງທ່ານພັນເອກ Sergey Vladimirovich Belosludtsev ໃນຖານະຕຳແໜ່ງຂອງຕົນ ຈະຕັ້ງໜ້າໜູນຊ່ວຍຊຸກຍູ້ການພົວພັນຮ່ວມມືລະຫວ່າງທະຫານເຮືອສອງປະເທດ ສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມເປັນຈຸດພົ້ນເດັ່ນຂອງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ. ທະຫານເຮືອສອງປະເທດ ຈະສຸມໃສ່ເຂົ້າໃນບັນດາຂົງເຂດຮ່ວມມືຝຶກແອບ, ບໍາລຸງສ້າງ, ຢ້ຽມຢາມທ່າກໍາປ່ັນ.
ທ່ານພັນເອກ Sergey Vladimirovich Belosludtsev ຂອບໃຈການຕ້ອນຮັບຂອງຜູ້ບັນຊາການທະຫານເຮືອຫວຽດນາມ ແລະຢືນຢັນວ່າໃນຕໍາແໜ່ງທີ່ປຶກສາທູດປ້ອງກັນຊາດ ຈະສືບຕໍ່ເສີມຂະຫຍາຍຜົນງານຂອງຜູ້ເກົ່າ, ມານະພະຍາຍາມພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງສອງຝ່າຍ ເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດເວົ້າລວມ, ການພົວພັນລະຫວ່າງທະຫານເຮືອສອງປະເທດ ເວົ້າສະເພາະ ສືບຕໍ່ພັດທະນາ.
ໂດຍ: ໄຊນີດາ