ທີ່ກອງປະຊຸມ, ກອງທັບສາມປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບເວລາ, ເນື້ອໃນຂອງການຊ້ອມຮົບ ແລະຜັນຂະຫຍາຍແຜນການຝຶກແອບບັນດາວິທີທີ່ໄດ້ກຳນົດ. ຕາມນັ້ນແລ້ວ, ເວລາຝຶກແອບ ແລະການຈັດຕັ້ງການຊ້ອມຮົບກູ້ຊີບ, ກູ້ໄພຮ່ວມລະຫວ່າງສາມກອງທັບຈະຈັດຂຶ້ນຢູ່ແມ່ນໍ້າຫຸມ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແຕ່ວັນທີ 4 – 15 ຕຸລາ 2025 ໂດຍມີເນື້ອໃນຕົ້ນຕໍ ຄື: ການຝຶກແອບ ແລະປະຕິບັດບັນດາກໍລະນີກູ້ຊີບ, ກູ້ໄພກິດຈະການກໍ່ສ້າງທີ່ພັງລົງ ແລະຊອກຫາ, ກູ້ໄພຜູ້ປະສົບໄພນ້ຳຖ້ວມຕາມແມ່ນ້ຳ, ທະເລ.

leftcenterrightdel
ຄະນະຜູ້ແທນກອງທັບສາມປະເທດ ລາວ - ຫວຽດນາມ - ກໍາປູເຈຍ  ສຳຫຼວດສະຖານທີ່ດຳເນີນການຊ້ອມຮົບກູ້ໄພ, ກູ້ຊີບ. ພາບ: qdnd.vn

ຜູ້ຕາງໜ້າກອງທັບສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການຝຶກແອບບັນດາເນື້ອໃນການຊອກຫາ, ກູ້ຊີບ, ກູ້ໄພຢ່າງມີປະສິດທິຜົນ, ຜັນຂະຫຍາຍບັນດາເນື້ອໃນ, ແຜນການຝຶກແອບຕິດກັບສະພາບຕົວຈິງຢ່າງມີປະສິດທິຜົນ. ຜ່ານນັ້ນ, ໄດ້ແລກປ່ຽນປະສົບການ, ຍົກສູງຄຸນນະພາບການຝຶກແອບ, ມີເປັນເຈົ້າການໃນວຽກງານຮັບມືກັບໄພທຳມະຊາດ ແລະໄພພິບັດ; ປະກອບສ່ວນເພີ່ມທະວີປັບປຸງ, ກໍ່ສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດສາມປະເທດ ລາວ - ຫວຽດນາມ - ກໍາປູເຈຍ ໃຫ້ນັບມື້ນັບພັດທະນາ.

ໂດຍ: ຈາງຫງວຽນ