ທະຫານສືບຕໍ່ຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸ ແລະໄພນໍ້າຖ້ວມ
ກປ.ອອນໄລ - ພາຍຫຼັງພະຍຸເລກ 10, ຫຼາຍຕາແສງຊາຍແດນຂອງແຂວງ ເງະອານ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ກິດຈະການກໍ່ສ້າງທີ່ຮັບໃຊ້ຊຸມຊົນ, ໂຮງຮຽນ ຖືກນໍ້າຖ້ວມຂັງ, ເສັ້ນທາງຄົມມະນາຄົມຖືກເຊາະເຈື່ອນ.
ອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມກຳລັງ, ໃນນັ້ນມີບັນດາຄ້າຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງ ເງະອານ ໄດ້ຈັດສົ່ງກຳລັງທະຫານ ສົມທົບກັບປະຊາຊົນແກ້ໄຂຄວາມເສຍຫາຍ, ນຳຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.
ລົມພາຍຸເລກ 10 ພ້ອມກັບຝົນຕົກໜັກ ໄດ້ເຮັດໃຫ້ໂຮງຮຽນຈຳນວນໜຶ່ງຢູ່ໃນບໍລິເວນທີ່ຄ້າຍທະຫານຊາຍແດນ ດ່ານແທງທຸ້ຍ ຄຸ້ມຄອງຖືກຈົມຢູ່ໃຕ້ນ້ຳເລິກ. ພາຍຫຼັງທີ່ນໍ້າຖ້ວມໄດ້ຫຼຸດລົງ, ຂີ້ຕົມ ແລະດິນເປັນຈໍານວນຫຼວງຫຼາຍຖືກປະຖິ້ມໄວ້, ເຮັດໃຫ້ການຮຽນ-ການສອນຖືກຂາດສະບັ້ນຊົ່ວຄາວ. ຄຽງຂ້າງນັ້ນ, ມີເຮືອນບາງຫຼັງໄດ້ຖືກລົມພັດເຂົ້າມາ ແລະໄດ້ຮັບຄວາມເສຍຫາຍ, ເຮັດໃຫ້ການດຳລົງຊີວິດປະຈຳວັນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ອຳນາດການປົກຄອງທ້ອງຖິ່ນໄດ້ຜັນຂະຫຍາຍກຳລັງສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງ. ໃນຊຸມມື້ຜ່ານມາ, ຄ້າຍທະຫານຊາຍແດນ ດ່ານແທງທຸຸ້ຍ ໄດ້ສົ່ງພະນັກງານ, ນັກຮົບໄປບໍລິເວນ, ສຸມໃສ່ໜູນຊ່ວຍບັນດາໂຮງຮຽນ, ຄອບຄົວນະໂຍບາຍ ເພື່ອສ້ອມແປງເຮືອນຊານທີ່ໄດ້ຮັບຄວາມເສຍຫາຍ, ທຳຄວາມສະອາດສິ່ງແວດລ້ອມ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນນາລອຍ (ກອງບັນຊາການທະຫານຊາຍແດນແຂວງ ເງະອານ) ແລະປະຊາຊົນທ້ອງຖິ່ນແກ້ໄຂດິນເຈື່ອນຢູ່ເສັ້ນທາງລະຫວ່າງບ້ານ. ພາບ: ຫຽວອານ. |
ຄ້າຍທະຫານຊາຍແດນ ຟຸກເຊີນ ໄດ້ລະດົມກໍາລັງເພື່ອໜູນຊ່ວຍ, ຮັບປະກັນຄວາມປອດໄພຊີວິດຂອງປະຊາຊົນ. ພາຍຫຼັງນ້ຳໄດ້ຫຼຸດລົງ, ກົມກອງໄດ້ຊ່ວຍໂຮງຮຽນ ແລະຄອບຄົວທຳຄວາມສະອາດເຮືອນຊານ, ຈັດຕັ້ງແກ້ໄຂດິນເຈື່ອນຢູ່ເສັ້ນທາງເຂົ້າດ່ານຊາຍແດນ ກາວເວ່ວ.
ພາຍຫຼັງພາຍຸ, ເສັ້ນທາງຫຼາຍສາຍຢູ່ຕາແສງນາລອຍ, ແຂວງເງະອານ ຖືກທຳລາຍຢ່າງໜັກໜ່ວງ, ການດຳລົງຊີວິດຂອງປະຊາຊົນ, ເປັນຕົ້ນແມ່ນນັກຮຽນໄປໂຮງຮຽນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ອຳນາດການປົກຄອງທ້ອງຖິ່ນໄດ້ລະດົມກຳລັງເພື່ອບຸກເບີກດິນແລະຫີນ, ຮັບປະກັນການໄປມາໃຫ້ສະດວກກວ່າ. ຄ້າຍທະຫານຊາຍແດນ ນາລອຍ ໄດ້ລະດົມພະນັກງານ, ນັກຮົບເຂົ້າຮ່ວມໃນການປະຕິບັດໜ້າທີ່.
ໂດຍ: ຈາງຫງວຽນ