ສືບຕໍ່ຍູ້ແຮງວຽກງານຫັນເປັນດີຈີຕອນ ຢູ່ກະຊວງປ້ອງກັນປະເທດ
ກປ.ອອນໄລ - ວັນທີ 22 ກັນຍາ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນວຽກງານຫັນເປັນດີຈີຕອນ ໄລຍະ 2021-2025, ທິດທາງໜ້າທີ່ຈຸດສຸມ ໄລຍະ 2026-2030.
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
    |
 |
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ດຶກແອງ |
ໄລຍະ 2021-2025, ກະຊວງປ້ອງກັນປະເທດ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ແລະສຳເລັດບັນດາຄາດໝາຍ, ໜ້າທີ່ການຫັນເປັນດີຈີຕອນທີ່ໄດ້ຮັບມອບໝາຍໂດຍພື້ນຖານ. ບັນດາອົງການ, ກົມກອງໄດ້ປະກາດໃຊ້ໃໝ່, ປັບປຸງ, ເພີ່ມເຕີມບັນດາມະຕິ, ໂຄງການ, ແຜນການ, ເອກະສານນິຕິກຳເພື່ອສ້າງເງື່ອນໄຂທີ່ສະດວກໃຫ້ວຽກງານຫັນເປັນດີຈີຕອນ; ໃຫ້ບຸລິມະສິດການລົງທຶນ, ການພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງຄົບຊຸດ; ສ້າງ, ຜັນຂະຫຍາຍບັນດາຊອບແວ, ພື້ນຖານດີຈີຕອນ; ວຽກງານຄວາມປອດໄພດ້ານຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງໄຊເບີ ສືບຕໍ່ເອົາໃຈໃສ່ເປັນພິເສດ ແລະຮັບປະກັນ.
ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍບັນດາອົງການ, ກົມກອງທີ່ໄດ້ມານະພະຍາຍາມ, ບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງໃນວຽກງານຫັນເປັນດີຈີຕອນໃນໄລຍະຜ່ານມາ ແລະພ້ອມທັງຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຄະນະພັກ, ຄະນະບັນຊາອົງການ, ກົມກອງທຸກຂັ້ນ ຈະສືບຕໍ່ຜັນຂະຫຍາຍປະຕິບັດສໍາເລັດໜ້າທີ່, ຄາດໝາຍ ທີ່ ພັກ, ລັດຖະບານ ມອບໝາຍກ່ຽວກັບການຫັນເປັນດີຈີຕອນເປັນຢ່າງດີ; ຄົ້ນຄວ້າສ້າງ, ປະກາດໃຊ້ແຜນການຫັນເປັນດີຈີຕອນຢູ່ຂັ້ນຂອງຕົນທີ່ໃກ້ຊິດກັບສະພາບການຕົວຈິງ.
ທີ່ກອງປະຊຸມ, 35 ໝູ່ຄະນະທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານຫັນເປັນດີຈີຕອນ ໄລຍະ 2021-2025 ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງປ້ອງກັນປະເທດ.
ໂດຍ: ຈາງຫງວຽນ