ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະສື່ມວນຊົນກູບາ ແບ່ງປັນປະສົບການກ່ຽວກັບການຈັດຕັ້ງການໂຄສະນາເຜີຍແຜ່ໃນຍຸກດີຈີຕອນ
ກປ.ອອນໄລ - ໃນຂອບເຂດການປະຕິບັດງານຢູ່ກູບາ, ຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ດວ່ານຊວນໂບ້ ຫົວໜ້າບັນນາທິການ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ອົງການສື່ສານດ້ວຍພາຫະນະຫຼາຍປະເພດ Ideas Multimedias ແລະສໍານັກຂ່າວສານ Prensa Latina ຢູ່ນະຄອນຫຼວງ ລາ ຮາວານາ.
ໃນປັດຈຸບັນ, Ideas Multimedios ກໍາລັງປະຕິບັດໂຄງການທາງດ້ານການເມືອງ Mesa Redonda (ໂຕະມົນ) ອອກອາກາດທາງໂທລະພາບແຫ່ງຊາດ ແລະເປັນເຈົ້າຂອງໜັງສືພິມເອເລັກໂຕນິກ Cubadebate. ໃນຂະນະນັ້ນ, Prensa Latina ແມ່ນໜຶ່ງໃນບັນດາອົງການສື່ມວນຊົນແຖວໜ້າຂອງກູບາ; ໄດ້ສ້າງຕັ້ງສຳນັກງານ ກວ່າ 30 ແຫ່ງ ປະຈໍາ ຫຼາຍປະເທດໃນໂລກ, ໃນນັ້ນມີຫວຽດນາມ. ໃນໄລຍະຜ່ານມາ, Ideas Multimedios ແລະ Prensa Latina ໄດ້ສະໜອງຂໍ້ມູນຂ່າວສານທີ່ອຸດົມສົມບູນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ຜູ້ອ່ານມີທັດສະນະທີ່ຖືກຕ້ອງກ່ຽວກັບການພັດທະນາຂອງ ກູບາ ໃນຂົງເຂດການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ກໍ່ຄືສຸມໃສ່ສືບຕໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກູບາ ກັບບັນດາປະເທດ, ໃນນັ້ນມີ ຫວຽດນາມ ອ້າຍນ້ອງ.
    |
 |
ບັນຍາກາດທີ່ການເຮັດວຽກຂອງຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ກັບອົງການສື່ສານດ້ວຍພາຫະນະຫຼາຍປະເພດ Ideas Multimedias. ພາບ: qdnd.vn |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບຜົນງານການພັດທະນາຂອງ Ideas Multimedios ແລະ Prensa Latina; ແນະນໍາໂດຍສັງເຂບກ່ຽວກັບວິວັດການສ້າງຕັ້ງ, ພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນຕົ້ນແມ່ນພາລະບົດບາດ, ໜ້າທີ່, ຜົນງານຂອງໜັງສືພິມກອງທັບປະຊາຊົນໃນໄລຍະຜ່ານມາ.
    |
 |
ທ່ານພົນຈັດຕະວາ ດວ່ານຊວນໂບ້ ໄດ້ມອບຂອງຂວັນໃຫ້ອົງການສື່ສານດ້ວຍພາຫະນະຫຼາຍປະເພດ Ideas Multimedias. ພາບ: qdnd.vn |
ຢູ່ແຕ່ລະການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບວຽກງານໂຄສະນາເຜີຍແຜ່ ເພື່ອປົກປັກຮັກສາພື້ນຖານອຸດົມການຂອງພັກ, ຕ້ານທັດສະນະທີ່ຜິດພາດ, ສັດຕູໃນສະພາບການໃໝ່, ເປັນຕົ້ນແມ່ນໃນເຄືອຂ່າຍສັງຄົມ ແລະບັນດາພື້ນຖານດີຈີຕອນ; ນຳໃຊ້ຜົນງານຂອງປັນຍາປະດິດ (AI) ແລະເຕັກໂນໂລຍີທີ່ກ້າວໜ້າໃນວຽກງານຂຽນຂ່າວຢ່າງມີປະສິດທິຜົນ; ຍົກສູງຄຸນນະພາບວຽກງານຂໍ້ມູນຂ່າວສານການພົວພັນຕ່າງປະເທດ...
    |
 |
ບັນຍາກາດທີ່ການເຮັດວຽກຂອງຄະນະປະຕິບັດງານໜັງສືພິມກອງທັບປະຊາຊົນຫວຽດນາມ ກັບສໍານັກຂ່າວສານ Prensa Latina. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານພົນຈັດຕະວາ ດວ່ານຊວນໂບ້ ໄດ້ເຊີນບັນດາພະນັກງານ, ນັກຂ່າວ Ideas Multimedias ແລະ Prensa Latina ມາຢ້ຽມຢາມໜັງສືພິມກອງທັບປະຊາຊົນ ເມື່ອມີໂອກາດມາເຮັດວຽກຢູ່ຫວຽດນາມ.
ໂດຍ: ຈາງຫງວຽນ