ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ເລື່ອງກອງປະຊຸມ ADSOM+ ຮັບຮອງເອົາຖະແຫຼງການຮ່ວມ ເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ ADMM+ ມີຄວາມໝາຍອັນໃຫຍ່ຫຼວງ, ສະແດງໃຫ້ເຫັນຄວາມສາມັກຄີ, ວິໄສທັດ, ຄໍາໝັ້ນສັນຍາ ແລະຄວາມຮັບຜິດຊອບລວມຕໍ່ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ. ດ້ວຍຈິດໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື, ຫວຽດນາມ ປາດຖະໜາວ່າ ບັນດາປະເທດຕ້ອງຄັດແຄບຄວາມແຕກໂຕນ ເພື່ອໃຫ້ກອງປະຊຸມບັນລຸຄວາມເຫັນດີເຫັນພ້ອມ ແລະປະສົບຜົນສຳເລັດ. ຫວຽດນາມ ຢືນຢັນສະໜັບສະໜູນໃນລະດັບສູງສຸດຕໍ່ການຕັດສິນໃຈຂອງປະທານອາຊຽນ 2025.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມ ADSOM+ ຢູ່ ມາເລເຊຍ. ພາບ: ກ່ຽວຈິງ.

ຢູ່ນອກກອງປະຊຸມ ADSOM ແລະ ADSOM+, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ພົບປະສອງຝ່າຍກັບບັນດາຫົວໜ້າຄະນະ ໄທ, ນິວຊີແລນ, ອົດສະຕາລີ, ຈີນ, ລັດເຊຍ, ອາເມລິກາ ແລະອິນເດຍ.

ພົບປະກັບທ່ານພົນເອກ Tharapon Malakam, ຮອງເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດໄທ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈາ, ປຶກສາຫາລື, ແບ່ງປັນຂໍ້ມູນຂ່າວສານຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ຜັນຂະຫຍາຍກົນໄກສື່ສານລະຫວ່າງຕໍາຫຼວດທະເລຫວຽດນາມ ແລະໄທ - MECC (ສູນບັນຊາການເດີນທະເລ ໄທ); ຊຸກຍູ້ການຮ່ວມມືດ້ານທະຫານເຮືອ, ຄວາມໝັ້ນຄົງທາງໄຊເບີ, ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງຊາຍແດນ, ປ້ອງກັນ, ຕ້ານ ແລະຕໍ່ສູ້ກັບອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ...

ພົບປະກັບທ່ານ Richard Schmidt - ຮອງເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ຮັບຜິດຊອບນະໂຍບາຍ ແລະແຜນການປ້ອງກັນປະເທດ ນິວຊີແລນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງກະຊວງປ້ອງກັນປະເທດ ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະບັນດາກົນໄກປຶກສາຫາລື-ເຈລະຈາ; ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືບໍາລຸງສ້າງ ແລະຮັກສາສັນຕິພາບຂອງສະຫະປະຊາຊາດ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມຕ້ອງການ ແລະຄວາມສາມາດ ເຊັ່ນ: ຄວາມໝັ້ນຄົງທາງໄຊເບີ, ການແພດທະຫານ, ອຸດສາຫະກຳປ້ອງກັນຊາດ...

ພົບປະກັບທ່ານ Hugh Jeffrey, ຮອງເລຂາທິການໃຫຍ່ຮັບຜິດຊອບຍຸດທະສາດ, ນະໂຍບາຍ ແລະອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ອົດສະຕາລີ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຜັນຂະຫຍາຍຢ່າງມີປະສິດທິຜົນບາງເນື້ອໃນ ຄື: ການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ; ການຮ່ວມມືເຫຼົ່າຮົບ, ເຫຼົ່າທັບ, ການແພດທະຫານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ອຸດສາຫະກຳປ້ອງກັນຊາດ, ການຄຸ້ມຄອງຊາຍແດນ, ຜັນຂະຫຍາຍຂໍ້ຕົກລົງຄູ່ຮ່ວມມືຮັກສາສັນຕິພາບທີ່ໄດ້ລົງນາມໃນທ້າຍ ເດືອນກໍລະກົດ 2025 ທີ່ຜ່ານມາ...

ພົບປະກັບພັນເອກ Song Xing, ຮອງຫົວໜ້າສູນປະສານງານຄວາມໝັ້ນຄົງດ້ານການທະຫານຕ່າງປະເທດ, ຫ້ອງການຮ່ວມມືການທະຫານສາກົນ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຈີນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນຫວຽດນາມ-ຈີນ ໄດ້ພັດທະນາຢ່າງແຂງແຮງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ ຍາມໃດກໍ່ໄດ້ກໍານົດວ່າເປັນໜຶ່ງໃນບັນດາເສົາຄ້ຳສຳຄັນ. ຂອບໃຈກະຊວງປ້ອງກັນປະເທດຈີນ ທີ່ໄດ້ສົ່ງກ້ອນກໍາລັງເຂົ້າຮ່ວມການເດີນຂະບວນສວນສະໜາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 2025) ແລະພິທີສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ປະສົບຜົນສໍາເລັດ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ, ໄດ້ສ້າງຄວາມປະທັບໃຈອັນດີງາມ, ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຢ່າງມີຊີວິດຊີວາ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງຫວຽດນາມ ແລະຈີນ.

ພົບປະກັບທ່ານພົນຈັດຕະວາ Aleksandr Zinchenko, ຮອງຫົວໜ້າກົມໃຫຍ່ຮ່ວມມືການທະຫານສາກົນ, ກະຊວງປ້ອງກັນປະເທດລັດເຊຍ ຢູ່ນອກກອງປະຊຸມ ADSOM+, ສອງຫົວໜ້າຄະນະ ຫວຽດນາມ ແລະລັດເຊຍ ໄດ້ຕີລາຄາວ່າ ໃນໄລຍະທີ່ຜ່ານມາ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ການເອົາໃຈໃສ່ຂອງການນໍາຂັ້ນສູງສອງປະເທດ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ສືບຕໍ່ໄດ້ຮັບການຜັນຂະຫຍາຍຕາມຈິດໃຈ “ໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະຮອບດ້ານ”, ສອດຄ່ອງກັບບັນດາເອກະສານ, ຂໍ້ຕົກລົງຮ່ວມມື...

ທີ່ການພົບປະສອງຝ່າຍກັບພັນເອກ Anurag Srivastava, ທີ່ປຶກສາການຮ່ວມມືສາກົນ, ກະຊວງປ້ອງກັນປະເທດອິນເດຍ, ສອງຫົວໜ້າຄະນະ ໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ໃນນັ້ນມີການ ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ການຮ່ວມມືເຫຼົ່າທັບ, ເຫຼົ່າຮົບ, ບໍາລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຮັກສາສັນຕິພາບສະຫະປະຊາຊາດ... ສອງຝ່າຍກໍ່ປຶກສາຫາລືກ່ຽວກັບການຊຸກຍູ້ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ອິນເດຍ ຄັ້ງທີ 15 ຢູ່ຫວຽດນາມ.

ໂດຍ: ໄຊຊະນະ