ໂດຍເຊື່ອມຊຶມຄໍາສັ່ງສອນຂອງປະທານ ໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ໃນແຕ່ລະປີ, ບໍລິສັດ 705 ຍາມໃດກໍໄດ້ຊາບຊຶມມະຕິກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ ແລະວຽກງານກໍ່ສ້າງພັກຂອງຄະນະພັກທະຫານເຂດ 2, ຄໍາສັ່ງຮ່ວມມືກັບ ສປປ ລາວ ຂອງຜູ້ບັນຊາການທະຫານເຂດ 2, ບັນດາຄໍາສັ່ງ, ມະຕິ, ຄຳແນະນໍາຂອງຂັ້ນເທິງ.
ຄະນະພັກ, ຄະນະອໍານວຍການບໍລິສັດ ໄດ້ວາງອອກຫຼາຍແຜນນະໂຍບາຍ, ມາດຕະການໃນການນຳພາ ແລະຊີ້ນຳຢ່າງຕິດແທດ ແລະຖືກກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ສອດຄ່ອງກັບລັກສະນະພິເສດຂອງກົມກອງ. ເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດຄະນະເສດຖະກິດ - ສັງຄົມຂອງລາວ, ເປັນເສນາທິການ ແລະເຂົ້າຮ່ວມກໍ່ສ້າງຮາກຖານການເມືອງທ້ອງຖິ່ນຕິດພັນກັບກໍ່ສ້າງກິດຈະການພື້ນຖານໂຄງລ່າງ 6 ກຸ່ມບ້ານຂອງແຂວງຫົວພັນ; ແຂວງຫຼວງພະບາງ ແລະຜົ້ງສາລີ ຕາມຄໍາສັ່ງເລກທີ 03 ຂອງກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ “ການກໍ່ສ້າງບ້ານໃຫ້ກາຍເປັນສູນພັດທະນາ, ກຸ່ມບ້ານໃຫ້ກາຍເປັນຕົວເມືອງຢູ່ຊົນນະບົດ”.
    |
 |
ຜູ້ຕາງໜ້າບໍລິສັດ 705 ແລະອຳນາດການປົກຄອງທ້ອງຖິ່ນ ປະຕິບັດພິທີເລີ່ມລົງມືກໍ່ສ້າງໂຮງຮຽນ ຢູ່ແຂວງຫຼວງພະບາງ. ພາບ: qdnd.vn |
ຜ່ານການເຄື່ອນໄຫວກໍ່ສ້າງຮາກຖານ, ກໍ່ສ້າງກິດຈະກໍາຕ່າງໆ, ມາຮອດປະຈຸບັນ, ບັນດາບ້ານ, ກຸ່ມບ້ານທີ່ຢູ່ໃນຂົງເຂດໂຄງການ, ອົງການຈັດຕັ້ງພັກ, ອຳນາດການປົກຄອງໄດ້ຮັບການປັບປຸງ, ບູລະນະ ແລະເຄື່ອນໄຫວຢ່າງເປັນລະບຽບແບບແຜນ, ມີຄຸນນະພາບ ແລະມີປະສິດທິຜົນກວ່າ; ການເມືອງມີຄວາມໝັ້ນຄົງ, ປະຊາຊົນມີເງື່ອນໄຂເຂົ້າເຖິງຫຼາຍຮູບແບບພັດທະນາເສດຖະກິດໃໝ່, ຊຸກຍູ້ການແລກປ່ຽນສິນຄ້າ, ພັດທະນາການຜະລິດລະຫວ່າງເຂດຕ່າງໆກັບເຂດຊາຍແດນສອງປະເທດ, ເສດຖະກິດ, ວັດທະນະທໍາ, ສັງຄົມພັດທະນາ, ເປັນຈຸດທີ່ພົ້ນເດັ່ນຢູ່ເສັ້ນຊາຍແດນຫວຽດນາມ-ລາວ ຢ່າງແທ້ຈິງ.
ຜັນຂະຫຍາຍການເຄື່ອນໄຫວຕ່າງໆ ແລະເຮັດວຽກຢ່າງແທດຈິງ ເພື່ອຊ່ວຍບັນດາກົມກອງ ແລະກຳລັງປະກອບອາວຸດເພີ່ມທະວີການກຳແໜ້ນສະພາບການ ແລະຄຸ້ມຄອງບໍລິເວນ, ຝຶກອົບຮົມ, ຝຶກແອບ; ໂຄສະນາ, ສຶກສາອົບຮົມກ່ຽວກັບການກໍ່ສ້າງກົມກອງໃຫ້ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະການຈັດຕັ້ງ; ກໍ່ສ້າງ, ປັບປຸງພື້ນຖານວັດຖຸ, ສະໜາມຝຶກແອບ, ຮັບໃຊ້ວຽກງານຝຶກແອບ, ປະກອບສ່ວນຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງສູ້ຮົບໃຫ້ບັນດາກົມກອງຂອງລາວ.
    |
 |
ທີມງານກໍ່ສ້າງຮາກຖານຂອງບໍລິສັດ 705 ແນະນຳເຕັກນິກການບົວລະບັດຕົ້ນໄມ້ໃຫ້ຊາວບ້ານ ນາຫຼວງ ເມືອງໂພນທອງ ແຂວງຫຼວງພະບາງ. ພາບ: qdnd.vn |
ໃນວິວັດການຜະລິດ, ດຳເນີນທຸລະກິດ, ກົມກອງຍາມໃດກໍ່ເອົາໃຈໃສ່ຍົກສູງຄຸນນະພາບ, ມີປະສິດທິຜົນຂອງກິດຈະການ; ເປັນເຈົ້າການ, ປ່ຽນແປງໃໝ່ປະດິດສ້າງຮູບແບບການຄຸ້ມຄອງ, ກໍາແໜ້ນຕະຫຼາດ, ເສີມຂະຫຍາຍກໍາລັງແຮງພາຍໃນ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃນທຸກດ້ານ, ສ້າງຊື່ສຽງ, ເຄື່ອງໝາຍການຄ້າໃຫ້ແກ່ການພັດທະນາແບບຍືນຍົງຢູ່ບໍລິເວນ.
ບົນຈິດໃຈສາມັກຄີອັນຍິ່ງໃຫຍ່ ແລະການຮ່ວມມືຮອບດ້ານ ພ້ອມກັບການພັດທະນາປະເທດຊາດໃນໄລຍະໃໝ່, ເສີມຂະຫຍາຍມູນເຊື້ອ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນ, ທາງກົມກອງໄດ້ກໍ່ສ້າງ ແລະສຳເລັດຫຼາຍກິດຈະກໍາຍ່ອຍພື້ນຖານໂຄງລ່າງຢູ່ບໍລິເວນແຂວງຜົ້ງສາລີ, ຫຼວງນໍ້າທາ... ໃນນັ້ນ, ມີ 10 ກິດຈະກໍາແມ່ນຂອງຂວັນຈາກກໍາລັງປະກອບອາວຸດທະຫານເຂດ 2 ມອບໃຫ້ກໍາລັງປະກອບອາວຸດບັນດາແຂວງພາກເໜືອຂອງລາວ; ມີຫ້ອງການຕໍາຫຼວດບ້ານ, ໂຮງຮຽນ, ສຸກສາລາ 40 ຫຼັງ... ຢູ່ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງຜົ້ງສາລີ, ວຽງຈັນ. ພິເສດ, ໃນເດືອນ ກໍລະກົດ 2025, ບໍລິສັດໄດ້ຈັດພິທີມອບ-ຮັບກິດຈະກໍາຍ່ອຍກໍ່ສ້າງຢູ່ກຸ່ມບ້ານນໍ້າຮັ່ງ, ເມືອງສຳພັນ, ແຂວງຜົ້ງສາລີ.
ໂດຍປະຕິບັດບົດບາດເປັນເສນາທິການໃຫ້ຄະນະພັກໄດ້ເປັນຢ່າງດີ, ກອງບັນຊາການທະຫານເຂດ 2 ໄດ້ດໍາເນີນການເຄື່ອນໄຫວຮ່ວມມື, ການພົວພັນຕ່າງປະເທດ. ມາຮອດປະຈຸບັນ, ມີ 12 ກົມກອງໃນກໍາລັງປະກອບອາວຸດທະຫານເຂດ 2 ໄດ້ແຮກສ່ຽວກັບ 11 ກົມກອງຂອງລາວ; ຈັດຕັ້ງການຕ້ອນຮັບບັນດາຄະນະພະນັກງານຂອງພັກ, ລັດ, ກອງທັບ, ທະຫານເຂດ, ບັນດາທ້ອງຖິ່ນຂອງສອງປະເທດ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ບໍລິສັດ, ຮັບປະກັນຄວາມເຄົາລົບ, ຄວາມປອດໄພຢ່າງເດັດຂາດ, ຖືກກັບຫຼັກການພົວພັນຕ່າງປະເທດ.
    |
 |
ແພດທະຫານຂອງບໍລິສັດ 705 ກວດ ແລະປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ແລະປະຊາຊົນ ຢູ່ບໍລິເວນທ້ອງຖິ່ນ. ພາບ: qdnd.vn |
ນອກຈາກນັ້ນ, ໃນການປະຕິບັດຂະບວນການແຂ່ງຂັນເດັດຂາດມີໄຊ ປະຈຳປີ, ການແຂ່ງຂັນຄັ້ງຕ່າງໆ ແລະໃນການປະຕິບັດໜ້າທີ່ວຽກງານ, ຫຼາຍໝູ່ຄະນະ ແລະບຸກຄົນໄດ້ຮັບການຍ້ອງຍໍຈາກກະຊວງປ້ອງກັນປະເທດລາວ, ກອງບັນຊາການທະຫານເຂດ 2, ຄະນະພັກ, ອໍານາດການປົກຄອງ ແລະບັນດາກົມກອງກໍາລັງປະກອບອາວຸດບັນດາແຂວງພາກເໜືອລາວ.
ຈາກພຶດຕິກໍາຕົວຈິງໃນການປະຕິບັດໜ້າທີ່, ບໍລິສັດສາມາດຖອດຖອນບົດຮຽນໄດ້ຄືດັ່ງນີ້:
ໜຶ່ງແມ່ນ: ຊາບຊຶມ, ປະຕິບັດຢ່າງເຂ້ັມງວດມະຕິ, ຄໍາສັ່ງຂອງຂັ້ນເທິງ, ຕິດພັນຂະບວນການແຂ່ງຂັນເດັດຂາດມີໄຊ ກັບການຍູ້ແຮງປະຕິບັດການປຸກລະດົມຂົນຂວາຍ “ການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ”; ຫັນບັນດາເນື້ອໃນ, ຕົວເລກຄາດໝາຍການແຂ່ງຂັນເປັນອັນລະອຽດເອົາເຂົ້າໃນໜ້າທີ່ການເມືອງຂອງກົມກອງ ແລະໜ້າທີ່ຂອງແຕ່ລະບຸກຄົນ, ກໍ່ສ້າງຄຸນທາດການເມືອງໃຫ້ໜັກແໜ້ນ, ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກລໍາບາກ, ເສີມຂະຫຍາຍນ້ຳໃຈສາມັກຄີ, ປະດິດຄິດສ້າງ, ສະຕິປັນຍາລວມໝູ່ ໃຫ້ສອດຄ່ອງກັບເງື່ອນໄຂ, ສະພາບແວດລ້ອມຂອງວຽກງານ.
ສອງແມ່ນ: ກໍ່ສ້າງຮາກຖານການເມືອງຢູ່ທ້ອງຖິ່ນຕ້ອງຄົບຊຸດດ້ວຍການກໍ່ສ້າງພື້ນຖານໂຄງລ່າງ, ເຮັດວຽກງານຂົນຂວາຍປະຊາຊົນໃຫ້ດີ. ນີ້ແມ່ນບັນດາປັດໄຈສໍາຄັນ, ເປັນພື້ນຖານໃນການກໍ່ສ້າງບໍລິເວນໃຫ້ມີຄວາມສະຖຽນລະພາບ, ມີການພັດທະນາຮອບດ້ານ.
ສາມແມ່ນ: ຄັດເລືອກ, ກໍ່ສ້າງ ແລະບຳລຸງສ້າງຖັນແຖວພະນັກງານແມ່ນຂອດຫຼັກແຫຼ່ງແກ່ນສານ, ເປັນປັດໄຈຕັດສິນຜົນສຳເລັດຂອງໜ້າທີ່, ໃນນັ້ນ ຖືເປັນສຳຄັນຕໍ່ຄຸນສົມບັດສິນທຳປະຕິວັດ, ກຳລັງຄວາມສາມາດ, ສຸຂະພາບ, ຄວາມເຂົ້າໃຈທາງດ້ານພາສາ, ເຄົາລົບຮີດຄອງປະເພນີຂອງເພື່ອນ; ຕັ້ງໜ້າຮໍ່າຮຽນ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ ຄືອ້າຍເອື້ອຍນ້ອງຄີງ, ຖືເອົາບໍລິເວນທີ່ຕົນເອງປະຕິບັດງານຄືດັ່ງບ້ານເກີດເມືອງນອນຂອງຕົນ.
ສີ່ແມ່ນ: ຍົກສູງສະຕິລະວັງຕົວ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ແລະຫຼັກການພົວພັນຕ່າງປະເທດ, ຜ່ານນັ້ນຮັກສາ ແລະໂຄສະນາພາບພົດຂອງປະຊາຊົນຫວຽດນາມ ເວົ້າລວມ ແລະພາບພົດຂອງທະຫານລຸງໂຮ່ ຢູ່ປະເທດເພື່ອນ ເວົ້າສະເພາະ.
    |
 |
ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນຈັດຕະວາ ຟ້າມຮຸ່ງຮືງ, ຮອງຜູ້ບັນຊາການທະຫານເຂດ 2 (ຜູ້ທີສີ່, ແຕ່ຂວາຫາຊ້າຍ) ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ 2 ໃຫ້ບໍລິສັດ 705. ພາບ: qdnd.vn |
ໂດຍປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຄະນະພັກ, ຄະນະອໍານວຍການ, ພະນັກງານ, ພາລະກອນ ແລະຜູ້ອອກແຮງງານຂອງບໍລິສັດ 705 ຍາມໃດກໍ່ເຊີດຊູນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍູ້ແຮງຂະບວນການແຂ່ງຂັນຕ່າງໆ; ສົມທົບຢ່າງແໜ້ນແຟ້ນກັບຝ່າຍລາວ, ເປັນຂົວຕໍ່ຢ່າງຕັ້ງໜ້າ, ມີປະສິດທິຜົນຢ່າງແທ້ຈິງໃນບັນດາການເຄື່ອນໄຫວຮ່ວມມືການຕ່າງປະເທດຂອງກອງບັນຊາການ ແລະບັນດາກົມກອງໃນກໍາລັງປະກອບອາວຸດທະຫານເຂດ 2 ກັບບັນດາກົມກອງ, ທ້ອງຖິ່ນບັນດາແຂວງພາກເໜືອຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.
ໂດຍ: ໄຊນີດາ