ເປີດຊຸດຝຶກອົບຮົມວຽກງານການທູດປ້ອງກັນຊາດໃຫ້ກອງທັບລາຊະອານາຈັກກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ໂດຍພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ ບຸ່ຍຈ້ອງຮ້ຽວ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກົມພົວພັນຕ່າງປະເທດ - ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານການທູດປ້ອງກັນຊາດ ໃຫ້ພະນັກງານກອງທັບລາຊະອານາຈັກ ກໍາປູເຈຍ ປີ 2025.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ຊຸດຝຶກອົບຮົມເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຢ່າງມີປະສິດທິຜົນລະຫວ່າງກອງທັບສອງປະເທດ; ສ້າງເງື່ອນໄຂເພື່ອໃຫ້ພະນັກງານການທູດຂອງສອງຝ່າຍເພີ່ມທະວີການພົບປະແລກປ່ຽນ, ມີຄວາມເຂົ້າໃຈກ່ຽວກັບທັດນະນະ ແລະແຜນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດໃຫ້ຫຼາຍກວ່າອີກ; ຊ່ວຍບັນດາພະນັກງານກໍາແໜ້ນສະພາບການ, ຄວາມຕ້ອງການຮ່ວມມືຂອງແຕ່ລະຝ່າຍ, ເປັນພື້ນຖານເປັນເສນາທິການໃຫ້ການນໍາກົມກອງ, ການນໍາກະຊວງປ້ອງກັນປະເທດແຕ່ລະປະເທດ ໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ຊ່ວຍເຂົ້າໃຈແຈ້ງກວ່າອີກກ່ຽວກັບວຽກງານຕ້ອນຮັບຂອງກັນ, ແມ່ນໂອກາດເພື່ອໃຫ້ແລກປ່ຽນ, ແບ່ງປັນບົດຮຽນ, ຜ່ານນັ້ນຍົກສູງຄຸນນະພາບ, ປະສິດທິຜົນການແລກປ່ຽນບັນດາຄະນະໄປຢ້ຽມຢາມ, ເຮັດວຽກເຊິ່ງກັນ ແລະກັນ. ບົນພື້ນຖານນັ້ນ, ກົມພົວພັນຕ່າງປະເທດສົມທົບກັບສະຖາບັນຍຸດທະສາດ ແລະປະຫວັດສາດປ້ອງກັນຊາດຫວຽດນາມ ແລະສະຖາບັນການທູດ ສ້າງຊຸດຝຶກອົບຮົມລວມມີ 9 ຫົວຂໍ້ຍ່ອຍ ກ່ຽວກັບຄວາມຮູ້ທົ່ວໄປ ແລະທັກສະວິຊາການພົວພັນຕ່າງປະເທດ.
ໂດຍ: ໄຊນີດາ