ກອງປະຊຸມຜູ້ບັນຊາການທະຫານບົກມະຫາສະໝຸດອິນເດຍ - ປາຊີຟິກ
ກປ.ອອນໄລ - ໂດຍໄດ້ຮັບຄໍາເຊີນຂອງທ່ານພົນເອກ Ronald Clark, ຜູ້ບັນຊາການກອງບັນຊາການທະຫານບົກ ປາຊີຟິກ ອາເມລິກາ (USARPAC), ຄະນະປະຕິບັດງານຂັ້ນສູງກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຫງວຽນບ່າລຶກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານບົກ ມະຫາສະໝຸດອິນເດຍ - ປາຊີຟິກ (IPACC) ຄັ້ງທີ 14 ຢູ່ນະຄອນຫຼວງ ກົວລາລໍາເປີ, ມາເລເຊຍ, ໃນລະຫວ່າງວັນທີ 23-25 ກັນຍາ.
ກອງປະຊຸມ IPACC ປີນີ້ ໂດຍ USARPAC ແລະທະຫານບົກມາເລເຊຍ ເປັນປະທານຮ່ວມ ດ້ວຍຫົວຂໍ້ “ສ້າງກໍາລັງແຮງການກະທົບຮ່ວມ: ຫັນປ່ຽນເຄືອຂ່າຍກຳລັງແຮງທະຫານບົກ ນາໆຊາດ ຜ່ານການພົບປະຢ່າງເປີດກວ້າງ”.
ຢູ່ນອກກອງປະຊຸມ, ທ່ານພົນຈັດຕະວາ ຫງວຽນບ່າລຶກ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນບັນດາປະເທດ: ມົງໂກນ, ອາເມລິກາ ແລະອົດສະຕາລີ.
ທີ່ການພົບປະກັບທ່ານພົນຈັດຕະວາ Buyandelger Tseveenkhuu, ຫົວໜ້າເສນາທິການທະຫານບົກ ມົງໂກນ, ທ່ານພົນຈັດຕະວາ ຫງວຽນບ່າລຶກ ສະເໜີໃຫ້ກອງທັບສອງປະເທດ ຊຸກຍູ້ການຮ່ວມມືດ້ານທະຫານບົກ ໃນໄລຍະຈະມາເຖິງ, ໃນຕໍ່ໜ້າແມ່ນຜ່ານບັນດາການເຄື່ອນໄຫວຝຶກແອບຮ່ວມກ່ຽວກັບການຮັກສາສັນຕິພາບຂອງ ສປຊ ແລະແລກປ່ຽນທັກສະການຍິງປືນ; ສະເໜີໃຫ້ສອງຝ່າຍຄົ້ນຄວ້າຄວາມສາມາດໃນການແລກປ່ຽນປະສົບການກ່ຽວກັບການຮັບປະກັນອາວຸດຍຸດໂທປະກອນໃຫ້ແກ່ກໍາລັງທະຫານບົກ.
    |
 |
ທ່ານພົນຈັດຕະວາ ຫງວຽນບ່າລຶກ ມອບຂອງຂວັນທີ່ລະນຶກໃຫ້ທ່ານພົນຕີ Joel Vowel, ຮອງຜູ້ບັນຊາການທະຫານບົກປາຊີຟິກ ອາເມລິກາ. ພາບ: qdnd.vn |
ທີ່ການພົບປະກັບທ່ານພົນຕີ Joel Vowell, ຮອງຜູ້ບັນຊາການ USARPAC, ທ່ານພົນຈັດຕະວາ ຫງວຽນບ່າລຶກ ຕີລາຄາວ່າ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ດ້ວຍການປະກອບສ່ວນອັນຕັ້ງໜ້າຂອງ USARPAC; ສະເໜີໃຫ້ USARPAC ມີທັດສະນະ ເພື່ອໃຫ້ລັດຖະບານ, ກະຊວງປ້ອງກັນປະເທດອາເມລິກາ ສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ບໍ່ທັນແຕກ, ທາດພິດເຄມີທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ; ສົມທົບກັນສ້າງທຸກເງື່ອນໄຂດີທີ່ສຸດໃຫ້ແກ່ການຮ່ວມມືຊອກຫາທະຫານຫວຽດນາມ ແລະທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ; ພ້ອມທັງ, ສົມທົບກັນຊຸກຍູ້ການຮ່ວມມືສອງຝ່າຍກ່ຽວກັບອຸດສາຫະກຳປ້ອງກັນຊາດ ແລະການຄ້າການທະຫານ.
ທີ່ພົບປະສອງຝ່າຍກັບທ່ານພົນຕີ Simon Stuart, ຜູ້ບັນຊາການທະຫານບົກອົດສະຕາລີ, ທ່ານພົນຈັດຕະວາ ຫງວຽນບ່າລຶກ ໄດ້ຕີລາຄາສູງຜົນການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດແລກປ່ຽນຄະນະ, ບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ເສນາຮັກ, ແບ່ງປັນບົດຮຽນໃນວຽກງານຕ້ານການກໍ່ການຮ້າຍ ແລະການຍິງປືນທະຫານ...; ສະເໜີໃຫ້ທະຫານບົກອົດສະຕາລີ ສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການແລກປ່ຽນທັກສະຕ້ານການກໍ່ການຮ້າຍ ແລະການຍິງປືນທະຫານກັບຝ່າຍຫວຽດນາມ ຕາມການກໍານົດເວລາ.
ໂດຍ: ຈາງຫງວຽນ