ນີ້ແມ່ນການເຄື່ອນໄຫວຝຶກແອບ ໂດຍ ກອງບັນຊາການຕໍາຫຼວດທະເລເຂດ 1 ປະຕິບັດເປັນປະຈຳປີ ແນໃສ່ຍົກສູງຄວາມຮູ້ຄວາມສາມາດໃນການແນະນຳ, ຊີ້ນຳ, ບໍລິຫານຂອງຜູ້ບັນຊາການ ແລະອົງການທຸກຂັ້ນ; ກວດກາ, ຕີລາຄາຜົນການຝຶກແອບສູ້ຮົບ; ເປັນພື້ນຖານເພື່ອຍົກອອກມາດຕະການນຳພາ, ຊີ້ນໍາ, ຍົກສູງຄຸນນະພາບວຽກງານຝຶກແອບສູ້ຮົບໃນໄລຍະຕໍ່ໜ້າ.

leftcenterrightdel
ບັນດາກໍາປັ່ນຂອງຕໍາຫຼວດທະເລເຂດ 1 ເຂົ້າຮ່ວມການຝຶກຊ້ອມຢູ່ທະເລ. ພາບ: ແມັ້ງເທື່ອງ

ເຖິງວ່າການຝຶກຊ້ອມຍຸດທະວິທີຮອບສັງລວມ ແລະຍິງປືນ, ປືນໃຫຍ່ຢູ່ທະເລຄັ້ງນີ້ ໄດ້ຜັນຂະຫຍາຍໃນເງື່ອນໄຂສະພາບອາກາດທະເລມີການປ່ຽນແປງຢ່າງສັບສົນ, ແຕ່ພະນັກງານ, ນັກຮົບທຸກຄົນເຂົ້າຮ່ວມການຝຶກແອບຢູ່ກໍາປັ່ນຂອງກອງບັນຊາການຕໍາຫຼວດທະເລເຂດ 1 ໄດ້ຊາບຊຶມຄຳສັ່ງ, ມະຕິນໍາພາຂອງຄະນະພັກທຸກຂັ້ນ ຢ່າງຄົບຖ້ວນ; ຕັ້ງໜ້າ, ເປັນເຈົ້າການຜ່ານຜ່າຄວາມຫຍຸ້ງຍາກລຳບາກດ້ວຍເຈດຈໍານົງ ແລະຄວາມຕັດສິນໃຈສູງສຸດ.

ຕາມທ່ານພັນເອກພິເສດ ເລືອງກາວຂາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລເຂດ 1 ແລ້ວ, ໝາກຜົນຂອງການຝຶກຊ້ອມຍຸດທະວິທີຮອບສັງລວມ ແລະຍິງປືນ, ປືນໃຫຍ່ຢູ່ທະເລໃນປີນີ້ ແມ່ນມີຄວາມກ້າວໜ້າຫຼາຍກວ່າປີກ່ອນ. ນີ້ແມ່ນພື້ນຖານເພື່ອໃຫ້ກອງບັນຊາການເຂດ ສືບຕໍ່ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ນໍາໃຊ້ອາວຸດ, ອຸປະກອນເຕັກນິກ ແລະແກ້ໄຂບັນດາສະພາວະການໃນການຝຶກແອບຂອງພະນັກງານ, ນັກຮົບໃນທົ່ວກົມກອງ. ຜ່ານນັ້ນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ, ໝູ່ເກາະຂອງປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ