ໂຮງໝໍສະໜາມຂັ້ນ 2 ເລກ 7 ມາຮອດຊູດັງໃຕ້ ເພື່ອສືບຕໍ່ພາລະກິດຮັກສາສັນຕິພາບ
ກປ.ອອນໄລ - ພາຍຫຼັງເດີນທາງກວ່າ 10.000 ກິໂລແມັດ, ເຮືອບິນ C17 ຂອງທະຫານອາກາດລາຊະອານາຈັກອົດສະຕາລີ ໄດ້ສົ່ງພະນັກງານ, ລັດຖະກອນໂຮງໝໍສະໜາມຂັ້ນ 2 ເລກ 7 ຂອງຫວຽດນາມ ເຂົ້າຮ່ວມພາລະກິດຮັກສາສັນຕິພາບສະຫະປະຊາຊາດ ໄດ້ລົງຈອດຢູ່ສະໜາມບິນສາກົນ Juba, ຊູດັງໃຕ້ ຢ່າງປອດໄພ.
ພະນັກງານ ແລະລັດຖະກອນໂຮງໝໍໄດ້ຈັດສົ່ງໄປ Bentiu, ປະຕິບັດໜ້າທີ່ຮັກສາສັນຕິພາບ ສະຫະປະຊາຊາດຢ່າງເປັນທາງການຈາກໂຮງໝໍສະໜາມຂັ້ນ 2 ເລກ 6. ພາຍຫຼັງທີ່ມາຮອດ Bentiu, ຄະນະອຳນວຍການໂຮງໝໍສະໜາມຂັ້ນ 2 ເລກ 7 ໄດ້ຊີ້ນຳການຈັດຕັ້ງປະຕິບັດວຽກງານທຸກດ້ານ, ໂດຍສະເພາະແມ່ນການຮັບເອົາໜ້າທີ່ມອບ-ຮັບຈາກໂຮງໝໍສະໜາມຂັ້ນ 2 ເລກ 6. ບັນດາສະມາຊິກກະກຽມບ່ອນກິນ, ບ່ອນພັກພາອາໄສໃຫ້ດີແລ້ວ, ເລີ່ມເຂົ້າວຽກງານວິຊາການຢ່າງວ່ອງໄວ.
    |
 |
ສະມາຊິກໂຮງໝໍສະໜາມ ຂັ້ນ 2 ເລກ 7 ມາຮອດນະຄອນຫຼວງ Juba, ຊູດັງໃຕ້. ພາບ: qdnd.vn |
ຕອນເຊົ້າວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ດໍາເນີນການມອບຮັບວຽກງານລະຫວ່າງໂຮງໝໍສະໜາມຂັ້ນ 2 ເລກ 6 ແລະໂຮງໝໍສະໜາມຂັ້ນ 2 ເລກ 7. ໂດຍສອງຄະນະໄດ້ເຫັນດີຕົກລົງກ່ຽວກັບແຜນການ ແລະວິທີການມອບ-ຮັບໜ້າທີ່. ໃນຕອນເຊົ້າວັນດຽວກັນ, ໂຮງໝໍສະໜາມຂັ້ນ 2 ເລກ 7 ໄດ້ຮັບ ແລະກວດພະຍາດໃຫ້ຄົນເຈັບຜູ້ທຳອິດ, ແມ່ນນາຍທະຫານ Hasan Ashfaque Ragih, ສັນຊາດອິນເດຍ.
ຂຽງຂ້າງກັບການຮັບເອົາວັດຖຸສິ່ງຂອງ, ອຸປະກອນ ແລະໜ້າທີ່ຕ່າງໆແລ້ວ, ໂຮງໝໍສະໜາມຂັ້ນ 2 ເລກ 7 ໄດ້ຮັບພື້ນທີ່ການຜະລິດ, ສືບຕໍ່ຜັນຂະຫຍາຍຮູບແບບການເພີ່ມຜະລິດຜົນຢູ່ກັບທີ່ ເພື່ອຮັບປະກັນແຫຼ່ງຜັກຂຽວຂອງກົມກອງ.
ໂດຍ: ໄຊນີດາ