ເຂົ້າຮ່ວມ ແລະເປັນປະທານພິທີປິດຊຸດຝຶກອົບຮົມມີ: ທ່ານພົນຕີ ເຈີ່ນມິງດຶກ, ຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກ; ທ່ານພົນຕີ ຟານຕຸ່ງເຊີນ ຜູ້ອໍານວຍການວິທະຍາຄານພະລາທິການ; ຕາງໜ້າທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ.

leftcenterrightdel
ການນຳກົມໃຫຍ່ພະລາທິການ - ເຕັກນິກ ແລະວິທະຍາຄານພະລາທິການ ມອບໃບຢ້ັງຢືນສຳເລັດຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ. ພາບ: qdnd.vn

ຊຸດຝຶກອົບຮົມ ເພື່ອບໍາລຸງສ້າງຄວາມຮູ້ຕາມບັນດາວິຊາການດ້ານພະລາທິການຂອງກອງທັບປະຊາຊົນຫວຽດນາມ ໃຫ້ແກ່ພະນັກງານບັນດາຂະແໜງການ, ຄື: ເສນາທິການພະລາທິການ, ສຳພາລະທະຫານ, ຄ້າຍທະຫານ, ນໍ້າມັນ, ຂົ່ນສົ່ງ... ຂອງກອງທັບປະຊາຊົນລາວ; ຈັດຕັ້ງການໄປທັດສະນະສຶກສາຕົວຈິງຮູບຈຳລອງພະລາທິການຢູ່ບາງກົມກອງໃນກົມໃຫຍ່ພະລາທິການ-ເຕັກນິກ, ກະຊວງປ້ອງກັນປະເທດຫວຽດນາມ, ຊ່ວຍໃຫ້ນັກສໍາມະນາກອນ ຄົ້ນຄວ້າ, ທາບທາມ, ກັບເມືອປະເທດໜູນໃຊ້ເຂົ້າໃນການບັນຊາ, ຊີ້ນໍາ, ຈັດຕັ້ງຜັນຂະຫຍາຍປະຕິບັດວຽກງານພະລາທິການຢູ່ບັນດາອົງການ, ກົມກອງ, ສໍາເລັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ກ່າວຄຳເຫັນປິດຊຸດຝຶກອົບຮົມ, ທ່ານພົນຕີ ເຈີ່ນມິງດຶກ ສະເໜີວ່າພາຍຫຼັງຊຸດຝຶກອົບຮົມຄັ້ງນີ້, ໂດຍອີງໃສ່ເນື້ອໃນຊຸດຝຶກອົບຮົມ, ບັນດານັກສໍາມະນາກອນກອງທັບປະຊາຊົນລາວ ເຂົ້າໝູນໃຊ້ຢູ່ແຕ່ລະອົງການ, ກົມກອງ ເພື່ອຍົົກສູງຄຸນນະພາບວຽກງານພະລາທິການ.

leftcenterrightdel
ນັກສໍາມະນາກອນກອງທັບປະຊາຊົນລາວ ເຂົ້າຮ່ວມພິທີປິດຊຸດຝຶກອົບຮົມ. ພາບ: qdnd.vn

ທ່ານພົນຕີ ເຈີ່ນມິງດຶກ ເຊື່ອວ່າ ບັນດານັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມຈະເປັນຂົວຕໍ່ເພື່ອໃຫ້ຂະແໜງພະລາທິການ ແລະພະນັກງານພະລາທິການຂອງສອງປະເທດໄດ້ແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ ຫວຽດນາມ - ລາວ.

ຕອນບ່າຍວັນດຽວກັນ, ທ່ານພົນຕີ ເຈີ່ນມິງດຶກ, ຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກ ແລະທ່ານພົນຕີ ຟານຕຸ່ງເຊີນ ຜູ້ອໍານວຍການ ວິທະຍາຄານພະລາທິການ; ໄດ້ເປັນປະທານຮ່ວມລົງນາມກ່ຽວກັບວຽກງານການສຶກສາ-ບໍາລຸງສ້າງ ແລະຄົ້ນຄວ້າວິທະຍາສາດ.

leftcenterrightdel
ການນໍາກົມໃຫຍ່ພະລາທິການ - ເຕັກນິກ ແລະວິທະຍາຄານພະລາທິການ ລົງນາມໂຄງການສົມທົບກັນເຄື່ອນໄຫວໄລຍະ 2026-2030. ພາບ: qdnd.vn

ກອງປະຊຸມໄດ້ກຳນົດທິດທາງການສົມທົບກັນປີ 2026 ແລະຊຸມປີຕໍ່ໄປ. ການນໍາກົມໃຫຍ່ພະລາທິການ - ເຕັກນິກ ແລະວິທະຍາຄານພະລາທິການ ເຫັນດີແລກປ່ຽນ ແລະສະໜອງຂໍ້ມູນຂ່າວສານກ່ຽວກັບທັດສະນະ ແລະແນວທາງການທະຫານ ແລະການປ້ອງກັນຊາດຂອງພັກ, ນະໂຍບາຍ ແລະກົດໝາຍຂອງລັດ, ແຜນການ ແລະໂຄງການຂອງກອງທັບ ທີ່ຕິດພັນກັບວຽກງານພະລາທິການ, ເຕັກນິກ ແລະພຶດຕິກໍາຕົວຈິງວຽກງານຮັບປະກັນພະລາທິການ, ເຕັກນິກທີ່ຖອດຖອນຈາກການປະທະກັນດ້ານການທະຫານຢ່າງເປັນປະຈໍາ; ຮັບປະກັນພະລາທິການ, ເຕັກນິກໃຫ້ບັນດາຮູບແບບກົມກອງໃໝ່, ໜ້າທີ່ໃໝ່...

ໂດຍ:​ ໄຊນີດາ