ເປັນເວລາ 10 ກວ່າປີທີ່ໄດ້ຮັບມອບໝາຍໜ້າທີ່ຜັນຂະຫຍາຍກຳລັງແພດທະຫານ - ໂຮງໝໍສະໜາມຂັ້ນ 2 ໄດ້ຕາງໜ້າໃຫ້ຫວຽດນາມ ປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ, ໂຮງໝໍກອງທັບ 175 ໄດ້ກະກຽມ, ຝຶກແອບ, ຜັນຂະຫຍາຍໂຮງໝໍ 3 ແຫ່ງໄປຍັງຄະນະປະຕິບັດງານຢູ່ຊູດັງໃຕ້ ແລະປະຕິບັດສໍາເລັດໜ້າທີ່ຢ່າງດີເລີດ. ວັນທີ 22 ກັນຍາ ຈະມາເຖິງ, ໂຮງໝໍສະໜາມ ຂັ້ນ 2  ເລກ 7 ຈະເດີນທາງ, ສືບຕໍ່ພາລະກໍາເພື່ອສັນຕິພາບຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ຕາມທ່ານພົນຈັດຕະວາ, ປອ, ແພດໝໍປະຊາຊົນ ເຈິ່ນກວກຫວຽດ, ຜູ້ອຳນວຍການໂຮງໝໍກອງທັບ 175 ແລ້ວ, ໃນວິວັດການກະກຽມ ແລະຜັນຂະຫຍາຍໂຮງໝໍສະໜາມຂັ້ນ 2, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນຢູ່ໄລຍະທໍາອິດກໍ່ຕາມ ແຕ່ດ້ວຍຄວາມເອົາໃຈໃສ່ເປັນພິເສດຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະບົດຮຽນຕົວຈິງຂອງໂຮງໝໍກອງທັບ, ແພດໝໍ, ນັກວິຊາການ, ພະນັກງານວິຊາສະເພາະລຸ້ນຕ່າງໆຂອງໂຮງໝໍກອງທັບ 175 ຍາມໃດກໍ່ຍຶດໝັ້ນນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍທາດແທ້ຄຸນສົມບັດຂອງທະຫານລຸງໂຮ່ ແລະມູນເຊື້ອຂອງຂະແໜງແພດທະຫານ, ປະຕິບັດໜ້າທີ່ອັນສຳຄັນ ທີ່ພັກ, ລັດ, ກອງທັບມອບໝາຍໃຫ້. ໂຮງໝໍກອງທັບ 175 ເປັນໂຮງໝໍແຫ່ງທຳອິດ ແລະມີພະນັກງານ, ແພດໝໍ, ພະຍາບານຫຼາຍຄົນ, ຈຳນວນໂຮງໝໍສະໜາມຂັ້ນ 2 ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ. ໂຮງໝໍໄດ້ຖອດຖອນບົດຮຽນອັນລ້ຳຄ່າຫຼາຍຢ່າງພາຍຫຼັງຜັນຂະຫຍາຍສໍາເລັດ 3 ໂຮງໝໍສະໜາມຂັ້ນ 2 ໄປຍັງຄະນະປະຕິບັດງານຂອງ ສປຊ. ຜ່ານນ້ັນ, ຊ່ວຍໃຫ້ໂຮງໝໍ ຍາມໃດກໍ່ເປັນເຈົ້າການ, ຕອບສະໜອງດີທີ່ສຸດບັນດາຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຂັດກ່ຽວກັບການສ້າງໂຮງໝໍສະໜາມ ຂັ້ນ 2.

leftcenterrightdel
ພະນັກງານ, ນັກຮົບໂຮງໝໍສະໜາມຂັ້ນ 2 ເລກ 7 ພາຍຫຼັງເວລາຝຶກແອບພະຍາບານສຸກເສີນທາງອາກາດ. ພາບ: ຫງວຽນດິ່ງນິງ

ໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ, ພະນັກງານ, ແພດໝໍ ແລະພະຍາບານຂອງໂຮງໝໍສະໜາມຂັ້ນ 2 ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວພົບປະແລກປ່ຽນການປ້ອງກັນຊາດ, ເປັນເຈົ້າການໃນການເບິ່ງແຍງດູແລສຸຂະພາບ, ແນະນໍາ ແລະໜູນຊ່ວຍປະຊາຊົນບ່ອນທີ່ຕ້ັງທັບຜ່ານບັນດາຮູບການ: ແນະນໍາການປັບປຸງເສດຖະກິດຄອບຄົວ, ວັດທະນະທໍາ-ສິລະປະ, ມອບຂອງຂວັນ ແລະເຄື່ອງໃຊ້ທີ່ຈໍາເປັນ... ຜ່ານນັ້ນ, ສ້າງອາລົມຈິດ, ສ້າງຂີດໝາຍອັນດີງາມໃນເຂດວົງຄະນາຍາດຊຸມຊົນທ້ອງຖ່ິນເດີມ ກໍ່ຄືເພື່ອນມິດສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແຜ່ຂະຫຍາຍຮູບພາບ, ວັດທະນະທໍາ, ຊາວຫວຽດນາມ ຢູ່ເວທີສາກົນ.

ທ່ານພັນຕີ ເຈິ່ນດຶກຕ໋າຍ, ຜູ້ອໍານວຍການໂຮງໝໍສະໜາມຂັ້ນ 2 ເລກ 7 ໃຫ້ຮູ້ວ່າ: “ພາຍຫຼັງກະຊວງປ້ອງກັນປະເທດ ອອກຂໍ້ຕົກລົງສ້າງຕັ້ງໂຮງໝໍສະໜາມຂັ້ນ 2 ເລກ 7, ດ້ວຍການຊີ້ນຳຂອງອົງການທີ່ມີໜ້າທີ່ກ່ຽວຂ້ອງ, ໂຮງໝໍກອງທັບ 175 ໄດ້ສຳເລັດການຈັດຕັ້ງ ແລະໂຄງປະກອບຢ່າງວ່ອງໄວ, ຜັນຂະຫຍາຍບັນດາລາຍການຝຶກແອບ, ປະຕິບັດຕົວຈິງ, ປະກອບອຸປະກອນທີ່ຈຳເປັນຕາມຄວາມຮຽກຮ້ອງຕ້ອງການ. ພິເສດ, ທາງກົມກອງໄດ້ສຸມໃສ່ການສຶກສາຮ່ຳຮຽນ,  ຝຶກແອບເພື່ອຍົກສູງຄວາມສາມາດໃນການຕອບສະໜອງຄຸນລັກສະນະ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເຄື່ອນໄຫວເອກະລາດໃຫ້ໄດ້ດີ, ຄວາມແຕກຕ່າງກ່ຽວກັບວັດທະນະທໍາໃນສະພາບແວດລ້ອມສາກົນ, ຄື: ຄວາມສາມາດດ້ານພາສາຕ່າງປະເທດ; ວິທີການ ແລະມາດຕະການເຂົ້າເຖິງ, ຮັບມືກັບກໍລະນີຕ່າງໆທີ່ເກີດຂຶ້ນຢູ່ພື້ນທີ່ຕົວຈິງ; ບັນດາທັກສະທີ່ນີ້ມນວນໃນການແກ້ໄຂ, ວິທີການທີ່ເກີດຂຶ້ນໃນຂະບວນການປະຕິບັດໜ້າທີ່...

ໄປຄຽງຄູ່ກັນນັ້ນ, ພະນັກງານ, ແພດໝໍ ແລະພະຍາບານຂອງໂຮງໝໍສະໜາມຂັ້ນ 2 ເລກ 7 ຍັງໄດ້ສືບຕໍ່ສະສົມປະສົບການໃນການປະຕິບັດພຶດຕິກຳຕົວຈິງ ເພື່ອຮັກສາການສືບທອດແຕ່ທ່າແຮງຕະຫຼອດຮອດການຕອບສະໜອງດີ ແລະຮັບເອົາຄຸນລັກສະນະຂອງສະຖານທີ່ຮັບ ແລະຈັດບ່ອນຢູ່ໃຫ້, ຮັບປະກັນດ້ານເສນາຮັກໃນການສູ້ຮົບທີ່ທັນສະໄໝຜ່ານການເຮັດໜ້າທີ່ໃນແຕ່ລະຄັ້ງ. ໃນນັ້ນ, ຫຼາຍທ່າແຮງ, ຫຼາຍຂະແໜງການ ຄື ເຕັກນິກ ແລະການປ່ິນປົວກ່ຽວກັບການໄດ້ຮັບບາດເຈັບ, ພະຍາດຕິດແປດ, ການເປັນພິການຈາກພະຍາດ,... ໄດ້ກະກຽມໃຫ້ດີເພື່ອຕອບສະໜອງໜ້າທີ່ໃນການສູ້ຮົບດ້ານເສນາຮັກທີ່ທັນສະໄໝ.

ດ້ວຍມູນເຊື້ອ, ຄວາມເອກອ້າງທະນົງໃຈ ແລະບົດຮຽນໃນການປະຕິບັດໜ້າທີ່ຢູ່ໂຮງໝໍສະໜາມຂັ້ນ 2, ໂຮງໝໍກອງທັບ 175 ເວົ້າລວມ ແລະໂຮງໝໍສະໜາມຂັ້ນ 2 ເລກ 7 ເວົ້າສະເພາະ ພວມສືບຕໍ່ເດີນທາງ, ປະຕິບັດພາລະກໍາຂອງ “ທູດສັນຕິພາບ” ດ້ວຍຄວາມຕັດສິນໃຈສູງສຸດ. ພະນັກງານ, ແພດໝໍ ແລະພະຍາບານຂອງໂຮງໝໍສະໜາມຂັ້ນ 2 ເລກ 7 ຈະສືບຕໍ່ແຜ່ຂະຫຍາຍຮູບພາບອັນດີງາມຂອງທະຫານລຸງໂຮ່ ແລະຄວາມຄາດຫວັງສັນຕິພາບຂອງຊົນຊາດຫວຽດນາມ ໄປເຖິງເພື່ອນມິດໃນໂລກ.

ໂດຍ: ໄຊນີດາ