ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນຈັດຕະວາ Dato Paduka Seri Haji Muhammad Haszaimi Bin Bol Hassan ໄດ້ດໍາເນີນການພົບປະສອງຝ່າຍ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ຕ້ອນຮັບທ່ານພົນຈັດຕະວາ Dato Paduka Seri Haji Muhammad Haszaimi Bin Bol Hassan. ພາບ: qdnd.vn

ທ່ານພົນເອກ ຫງວຽນເຕິນເກືອງ ສະແດງຄວາມປິຕິຊົມຊື່ນຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະຜ່ານມາ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ກົນໄກທາບທາມຄໍາເຫັນລະຫວ່າງກໍາລັງທະຫານເຮືອ ແລະທະຫານອາກາດສອງປະເທດ; ການສົ່ງກຳປັ່ນໄປຢ້ຽມຢາມ, ພົບປະແລກປ່ຽນ, ແລກປ່ຽນວິຊາສະເພາະ; ບໍາລຸງສ້າງ; ການທາບທາມຄໍາເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນບັນດາກົນໄກທີ່ອາຊຽນ ນໍາພາ ແລະບັນດາເຫດການສາກົນ ໂດຍແຕ່ລະຝ່າຍຈັດຕັ້ງ.

ສະແດງຄວາມເຫັນດີເປັນເອກະພາບສູງກັບບັນດາເນື້ອໃນ ທີ່ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຍົກອອກໃນການພົບປະສອງຝ່າຍ, ທ່ານພົນຈັດຕະວາ Dato Paduka Seri Haji Muhammad Haszaimi Bin Bol Hassan ຖືວ່າ ສອງຝ່າຍສາມາດຄົ້ນຄວ້າພັດທະນາບັນດາຂົງເຂດຮ່ວມມືໃໝ່ຕື່ມອີກ ເຊິ່ງ ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ແລະທ່ານພົນຈັດຕະວາ Dato Paduka Seri Haji Muhammad Haszaimi Bin Bol Hassan. ພາບ: qdnd.vn

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງໂລກ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນເອກ ຫງວຽນເຕິນເກືອງ ເນັ້ນໜັກເຖິງບົດບາດສຳຄັນຂອງອາຊຽນ ໃນການສ້າງຕັ້ງ ແລະຮັກສາໂຄງສ້າງຄວາມໝັ້ນຄົງພາກພື້ນ, ຊຸກຍູ້ການຮ່ວມມືອັນແທດຈິງລະຫວ່າງບັນດາປະເທດສະມາຊິກ ກໍ່ຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື; ພ້ອມທັງ, ຕີລາຄາສູງເອກະສານຍຸດທະສາດ “ADMM ແລະ ADMM+ ກຽມພ້ອມໃຫ້ແກ່ອະນາຄົດ” ໂດຍ ບຣູໄນ ແລະ ສິງກະໂປ ຮຽບຮຽງ, ໄດ້ຮັບການຮັບຮອງເອົາຈາກກອງປະຊຸມ ADMM ໃນປີ 2024 ແລະຂໍ້ລິເລີ່ມ “ຄວາມໝັ້ນຄົງພື້ນຖານໂຄງລ່າງທີ່ສໍາຄັນຍິ່ງໃຕ້ນ້ຳ” ໂດຍ ບຣູໄນ, ສິງກະໂປ ແລະໂທ ຮ່ວມກັນສະເໜີໃນປີ 2025. 

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ຫວຽດນາມ ປາດຖະໜາວ່າ ບຣູໄນ ຈະສືບຕໍ່ສົມທົບກັນຊຸກຍູ້ຫຼັກໝັ້ນຂອງອາຊຽນ ແມ່ນແກ້ໄຂການແກ່ງແຍ້ງ, ຄວາມບໍ່ລົງຮອຍກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ (UNCLOS) 1982; ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສິ້ນສຸດການເຈລະຈາ ແລະລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ຢ່າງມີປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ.

ໂດຍ: ຈາງຫງວຽນ