ເວທີປາໄສປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 1.800 ກວ່າຄົນ, ແມ່ນການນຳກະຊວງປ້ອງກັນປະເທດ, ກອງທັບ, ນັກຊ່ຽວຊານ, ນັກຮຽນຮູ້ທີ່ມາຈາກ 100 ກວ່າປະເທດ, ເຂດແຄ້ວນ ແລະອົງການຈັດຕັ້ງສາກົນ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະກ່າວປາໄສທີ່ວາລະປະຊຸມຄົບຄະນະທີ 1, ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກບັນດາຜູ້ແທນ.

ບັນດາເນື້ອໃນການປຶກສາຫາລືທີ່ເວທີປາໄສປີນີ້ໄດ້ເວົ້າເຖິງບັນຫາສັນຕິພາບ, ຄວາມໝັ້ນຄົງ, ຄວບຄຸມເຕັກໂນໂລຊີໃໝ່, ວິທີແກ້ໄຂຄວາມຂັດແຍ່ງກັນ ແລະເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃນສະພາບການຜັນແປຂອງໂລກ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມຄົບຄະນະທີ 3 ຂອງເວທີປາໄສ. ພາບ: qdnd.vn

ທີ່ວາລະປະຊຸມຄົບຄະນະຄັ້ງຕ່າງໆ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບການກໍ່ສ້າງລະບົບການຄຸ້ມຄອງຄວາມໝັ້ນຄົງທົ່ວໂລກທີ່ຍຸດຕິທຳ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢູ່ພາກພື້ນອາຊີ - ປາຊີຟິກ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ແລະຊຸກຍູ້ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ. ກອງປະຊຸມກຸ່ມຄຽງຄູ່ກັນນັ້ນໄດ້ລົງເລິກເຂົ້າບັນດາຫົວຂໍ້, ຄື: ການພົວພັນລະຫວ່າງບັນດາປະເທດມະຫາອໍານາດ, ການຮ່ວມມືດ້ານຄວາມໝັ້ນຄົງພາກພື້ນ, ການແກ້ໄຂດ້ານການເມືອງກ່ຽວກັບການປະທະກັນ, ການຄວບຄຸມອາວຸດ, ຄວາມໝັ້ນຄົງ ແລະຜົນກະທົບຂອງເຕັກໂນໂລຊີໃໝ່ເຖິງຮູບແບບການສົງຄາມ.

ເນື້ອໃນສຳຄັນອີກອັນໜຶ່ງຂອງເວທີປາໄສແມ່ນການປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບເຕັກໂນໂລຊີໃໝ່ທີ່ຫາພົ້ນເດັ່ນ - ຂົງເຂດພວມດຶງດູດຄວາມສົນໃຈເປັນພິເສດຈາກບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດທີ່ມີກໍາລັງແຮງດ້ານການທະຫານ. ການພັດທະນາຢ່າງໄວວາຂອງເຕັກໂນໂລຢີໃໝ່ພວມສ້າງການປ່ຽນແປງທີ່ມີລັກສະນະປະຕິວັດຕໍ່ການສົງຄາມທັນສະໄໝ ແລະອະນາຄົດ. ບັນດາຜູ້ແທນໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບການນຳໃຊ້ ແລະຄວບຄຸມເຕັກໂນໂລຊີໃໝ່, ປ່ຽນແປງໃໝ່ວິທະຍາສາດການທະຫານ ແລະຜົນສະທ້ອນຂອງເຕັກໂນໂລຢີເຖິງການສົງຄາມທີ່ທັນສະໄໝ.

ນອກນີ້, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 12 ຍັງມີການເຄື່ອນໄຫວສະເຫຼີມສະຫຼອງວັນໄຊຊະນະຟາດຊິດຄົບຮອບ 80 ປີ ແລະວັນສ້າງຕັ້ງສະຫະປະຊາຊາດ ຄົບຮອບ 80 ປີ ອີກດ້ວຍ.

ໂດຍ:​ ໄຊນີດາ