ກອງບັນຊາການທະຫານແຂວງກວາງນິງ ຕ້ອນຮັບຄະນະພະນັກງານການທະຫານຂັ້ນສູງກຳປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 16 ກັນຍາ, ກອງບັນຊາການທະຫານແຂວງກວາງນິງ ໄດ້ຕ້ອນຮັບຄະນະພະນັກງານຂອງກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບ ແຫ່ງລາຊະອານາຈັກ ກຳປູເຈຍ ນໍາໂດຍທ່ານພົນຕີ Nim Ba-len ຫົວໜ້າກົມສູ້ຮົບ. ເຂົ້າຮ່ວມຄະນະ ມີທ່ານພົນຈັດຕະວາ ຮວ່າງມິງຫງອັກ, ຮອງຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.
ທີ່ການເຮັດວຽກ, ທ່ານພັນເອກພິເສດ ຟ້າມວັນໂຕນ, ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງກວາງນິງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ, ການເມືອງ, ສັງຄົມ ແລະໝາກຜົນຂອງໜ້າທີ່ປ້ອງກັນຊາດ, ການທະຫານທ້ອງຖ່ິນຂອງແຂວງກວາງນິງ ໃນໄລຍະຜ່ານມາ.
    |
 |
ຕາງໜ້າກອງບັນຊາການທະຫານແຂວງກວາງນິງ ມອບຂອງຂວັນທີ່ລະນຶກໃຫ້ຄະນະ. ພາບ: qdnd.vn |
    |
 |
ຄະນະປະຕິບັດງານ ຖ່າຍຮູບເປັນທີ່ລະນຶກກັບພະນັກງານກອງບັນຊາການທະຫານແຂວງກວາງນິງ. ພາບ: qdnd.vn |
ທ່ານພົນຕີ Nim Ba-len ກໍ່ໄດ້ແນະນຳແຜນການຮໍ່າຮຽນ, ໄປທັດສະນະສຶກສາຂອງຄະນະ ຢູ່ຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຈາກກອງບັນຊາການທະຫານແຂວງກວາງນິງ, ຖອດຖອນບົດຮຽນອັນລ້ຳຄ່າໃນການປະຕິບັດໜ້າທີ່ປ້ອງກັນຊາດ ແລະການທະຫານທ້ອງຖິ່ນແຂວງກວາງນິງ. ພ້ອມທັງ, ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ ແລະກຳປູເຈຍ ໃຫ້ເລິກເຊິ່ງຂຶ້ນຕື່ມ.
ໂດຍ: ໄຊນີດາ