ໃນລາຍການ, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ລົງນາມໃນໂຄງການສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະ ໄລຍະ 2025-2030 ກັບຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງວິ້ງລອງ; ລົງນາມໃນໂຄງການສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະ ໃນບັນດາໜັງສືພິມ, ສື່ສັງຄົມອອນລາຍ ແລະທາງໂທລະພາບຂອງໜັງສືພິມ-ວິທະຍຸກະຈາຍສຽງ, ໂທລະພາບແຂວງວິ້ງລອງ; ລົງນາມໃນໂຄງການສົມທົບກັນຈັດຕັ້ງການເຄື່ອນໄຫວໂຄສະນາເຜີຍແຜ່ ແລະການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ” ໄລຍະ 2024 - 2030 ກັບພະແນກສຶກສາ ແລະກໍ່ສ້າງແຂວງວິ້ງລອງ.

leftcenterrightdel
ກອງບັນຊາການຕໍາຫຼວດທະເລເຂດ 3 ລົງນາມກັບຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງວິ້ງລອງ. ພາບ: ດຶກທິ້ງ

ເນື້ອໃນການສົມທົບແມ່ນສຸມໃສ່ເຂົ້າໃນການໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ; ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການປົກປັກຮັກສາອະທິປະໄຕ, ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມທີ່ຕິດພັນກັບໜ້າທີ່ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ.

ຄຽງຂ້າງນັ້ນ, ບັນດາຝ່າຍສົມທົບກັນຈັດຕັ້ງການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ມອບທຶນການສຶກສາ, ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ, ຄອບຄົວນະໂຍບາຍ, ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ລະດົມແຫຼ່ງກຳລັງໜູນຊ່ວຍນັກຮຽນພິການ, ຕິດພະຍາດຮ້າຍແຮງ.

ຕາມທ່ານພັນເອກພິເສດ ເລວັນຕູ, ຫົວໜ້າການເມືອງ ຕໍາຫຼວດທະເລເຂດ 3 ໃຫ້ຮູ້ວ່າ: ໂຄງການສົມທົບກັນມີຄວາມໝາຍດ້ານການເມືອງ, ສັງຄົມຢ່າງເລິກເຊິ່ງ, ປະກອບສ່ວນຍົກສູງສະຕິ, ຄວາມຮັບຜິດຊອບຂອງບັນດາພະນັກງານ, ສະມາຊິກພັກ, ອົງການຈັດຕັ້ງ ແລະປະຊາຊົນແຂວງວິ້ງລອງ ຕໍ່ກັບພາລະກິດປົກປັກຮັກສາອະທິປະໄຕ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ, ໝູ່ເກາະ ແລະເຂດໄຫຼ່ທະວີບຂອງປະເທດຊາດ. ນີ້ກໍ່ແມ່ນພື້ນຖານອັນສຳຄັນເພື່ອເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວລະບົບການເມືອງ, ປຸກລຸກນ້ຳໃຈ, ຄວາມຮັບຜິດຊອບ ແລະການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນມຸ່ງໄປຫາທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.

ໂດຍ: ຈາງຫງວຽນ